

ພວກເຮົາສະໜັບສະໜຸນທຸກໆການຂະຫຍາຍທຸລະກິດ
ເມື່ອທ່ານຕ້ອງການຂະຫຍາຍທຸລະກິດ, ທ່ານຕ້ອງການຄົນທີ່ເຂົ້າໃຈ ແລະ ຮັບການແກ້ໄຂທາງດ້ານການເງິນທີ່ເຫມາະສົມ. ໃຫ້ ທລຝ ເປັນຜູ້ຊ່ວຍອອກແບບສິນເຊື່ອທີ່ແທດເໝາະກັບທ່ານ. ພວກເຮົາສະໜັບສະໜຸນທຸກໆຄວາມກ້າວໜ້າດ້ານທຸລະກິດດ້ວຍຂໍສະເໜີການຜ່ອນຊຳລະທີ່ສາມາດປັບປ່ຽນຕາມທີ່ທ່ານຕ້ອງການ. ຜູ້ຈັດການຝ່າຍປະຊາສຳພັນລູກຄ້າຂອງພວກເຮົາແມ່ນພ້ອມສະເໝີທີ່ຈະຊ່ວຍເຫຼືອໃນທຸກໆຂັ້ນຕອນຂອງການຂະຫຍາຍທຸລະກິດ, ຕັ້ງແຕ່ຄວາມຄິດລິເລີ່ມໄປຈົນເຖິງຂັ້ນຕອນທີ່ມັນກາຍເປັນຈິງ.
ຈຸດສໍາຄັນ

ວົງເງິນສິນເຊື່ອສູງ

ອັດຕາດອກເບ້ຍດີ

ໄລຍະເວລາເງິນກູ້ສູງເຖິງ 15 ປີ

ມີທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ
ຜົນປະໂຫຍດ
- ອັດຕາດອກເບ້ຍດີ
- ໄລຍະເວລາເງິນກູ້ສູງເຖິງ 10 ປີ
- ການຊໍາລະລາຍເດືອນ
- ມີສໍາລັບສະກຸນເງິນກີບ ແລະ ໂດລາ
ຄຸນສົມບັດ
- ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
- ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
- ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ
ດາວໂຫຼດໃບປິວສິນເຊື່ອ ເພື່ອຂະຫຍາຍທຸລະກິດ
ເຄື່ອງມືຄິດໄລ່ສິນເຊື່ອ ເພື່ອຂະຫຍາຍທຸລະກິດ

ຕາຕະລາງຄິດໄລ່ສິນເຊື່ອຂອງພວກເຮົາແມ່ນໃຊ້ງ່າຍ ແລະ ມີຈຸດປະສົງເພື່ອຊ່ວຍໃຫ້ທ່ານຄິດໄລ່ການຜ່ອນຊຳລະແບບລາຍເດືອນໄດ້ດ້ວຍຕົວເອງ. ພຽງແຕ່ທ່ານຕື່ມຂໍ້ມູນທີ່ກ່ຽວຂ້ອງກັບແຜນການຂອງທ່ານໃສ່ໃນຕາຕະລາງ, ຫລັງຈາກນັ້ນລະບົບຈະຄິດໄລ່ຈຳນວນການຜ່ອນຊຳລະແບບລາຍເດືອນຄ້າວໆໃຫ້ທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- ເລືອກໄລຍະເວລາສິນເຊື່ອ
ຕາຕະລາງຄິດໄລ່ສິນເຊື່ອແມ່ນນຳໃຊ້ເພື່ອເປັນການໃຫ້ຂໍ້ມູນຢ່າງດຽວ. ບໍ່ສາມາດນໍາໃຊ້ເພື່ອເປັນການອ້າງອີງຂໍ້ສະເໜີສິນເຊື່ອຕົວຈິງ ແລະ ບໍ່ສາມາດນໍາໃຊ້ໃນທາງດ້ານກົດໝາຍໄດ້. ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ຫາພະນັກງານຝ່າຍຂາຍ ຫລື ທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.