

ເລັ່ງການເຕີບໂຕຂອງທຸລະກິດທ່ານໃຫ້ໄວຍິ່ງຂຶ້ນ
ເງິນກູ້ເບີກເກີນບັນຊີຂອງ ທລຝ ແມ່ນສິນເຊື່ອປະເພດໜຶ່ງທີ່ໃຫ້ທ່ານເຂົ້າເຖິງເງິນໄດ້ຫຼາຍກ່ວາຍອດເງິນໃນບັນຊີທ່ານ, ພາຍໃຕ້ຂອບເຂດຈຳກັດຕາມທີ່ທະນາຄານໄດ້ກຳນົດໄວ້, ເພື່ອອຳນວຍຄວາມສະດວກໃຫ້ກັບການດຳເນີນງານປະຈຳວັນ ແລະ ສະໜອງຄວາມຕ້ອງການດ້ານເງິນທຶນໝູນວຽນຂອງທຸລະກິດທ່ານ.
ຈຸດສໍາຄັນ

ເຂົ້າເຖິງການບໍລິຫານເງິນສົດທີ່ງ່າຍ

ອັດຕາດອກເບ້ຍດີ

ຖອນເງິນສົດແບບຍືດຍຸ່ນ

ອະນຸມັດໄວ
ຜົນປະໂຫຍດ
- ອັດຕາດອກເບ້ຍດີ
- ໄລຍະເວລາເງິນກູ້ສູງເຖິງ 1 ປີ
- ການຊໍາລະລາຍເດືອນ
- ມີສໍາລັບສະກຸນເງິນກີບ ແລະ ໂດລາ
ຄຸນສົມບັດ
- ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
- ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
- ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ
ດາວໂຫຼດໃບປິວເງິນກູ້ເບີກເກນບັນຊີ
ເຄື່ອງມືຄິດໄລ່ເງິນກູ້ເບີກເກີນບັນຊີ

ຕາຕະລາງຄິດໄລ່ສິນເຊື່ອຂອງພວກເຮົາແມ່ນໃຊ້ງ່າຍ ແລະ ມີຈຸດປະສົງເພື່ອຊ່ວຍໃຫ້ທ່ານຄິດໄລ່ການຜ່ອນຊຳລະແບບລາຍເດືອນໄດ້ດ້ວຍຕົວເອງ. ພຽງແຕ່ທ່ານຕື່ມຂໍ້ມູນທີ່ກ່ຽວຂ້ອງກັບແຜນການຂອງທ່ານໃສ່ໃນຕາຕະລາງ, ຫລັງຈາກນັ້ນລະບົບຈະຄິດໄລ່ຈຳນວນການຜ່ອນຊຳລະແບບລາຍເດືອນຄ້າວໆໃຫ້ທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- Choose the tenor
ຕາຕະລາງຄິດໄລ່ສິນເຊື່ອແມ່ນນຳໃຊ້ເພື່ອເປັນການໃຫ້ຂໍ້ມູນຢ່າງດຽວ. ບໍ່ສາມາດນໍາໃຊ້ເພື່ອເປັນການອ້າງອີງຂໍ້ສະເໜີສິນເຊື່ອຕົວຈິງ ແລະ ບໍ່ສາມາດນໍາໃຊ້ໃນທາງດ້ານກົດໝາຍໄດ້. ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ຫາພະນັກງານຝ່າຍຂາຍ ຫລື ທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.