

ປັບປ່ຽນທາງອອກດ້ານການເງິນ ແລະ ການສະໜັບສະໜູນໄດ້ດ້ວຍຕົວເອງ
ເພາະພວກເຮົາເຂົ້າໃຈເຖິງຄວາມຕ້ອງການ ແລະ ເປົ້າໝາຍຂອງທ່ານ, ພວກເຮົາຈຶ່ງໄດ້ພັດທະນາຕົວເລືອກທາງອອກດ້ານການເງິນທີ່ປັບປ່ຽນໄດ້ ແລະ ລາຄາທີ່ເໝາະສົມກັບຄວາມຕ້ອງການຂອງລູກຄ້າທີ່ສອດຄ່ອງກັບມາດຕະຖານແຜນປະຕິງານໄດ້ດີທີ່ສຸດ. ນອກຈາກນັ້ນ, ພວກເຮົາສາມາດຊ່ວຍທ່ານໃນການຈັດການບໍລິຫານເງິນ ແລະ ກະແສເງິນທີ່ສະໜອງຄວາມຕ້ອງການຂອງທ່ານຜ່ານຕົວເລືອກທີ່ຫຼາກຫຼາຍໄດ້ອີກດ້ວຍ: ບັນຊີທີ່ໄດ້ຄ່າຕອບແທນ, ການຊຳລະເງິນແກ່ຜູ້ສະໜອງບໍລິການພາຍນອກ, ແລະ ການຈັດການລະບົບເງິນເດືອນ.
ຈຸດສໍາຄັນ

ເຂົ້າເຖິງພະນັກງານໃຫ້ຄໍາປຶກສາລູກຄ້າສ່ວນຕົວ
ເຂົ້າເຖິງທະນາຄານແບບດີຈິຕອນ

ຄ່າທໍານຽມໃນການໂອນເງິນໄປຕ່າງປະເທດທີ່ຖືກ

ເພີ່ມວົງເງິນການເຮັດທຸລະກຳ
ຜົນປະໂຫຍດ
- ຄ່າທຳນຽມລາຍເດືອນ 100,000 ກີບ/ເດືອນ
- ຟຣີບັນຊີກະແສລາຍວັນ (ມີທຸກສະກຸນເງິນ: ກີບ, ໂດລາ, ບາດ & ເອີໂຣ)
- ບັດວີຊ້າ ເດບິດ ສາກົນຟຣີ
- ເຂົ້າໃຊ້ທະນາຄານດີຈິຕອນຂອງ ທລຝ ໄດ້ເຊັ່ນ (ອີ-ແບັງຄີງ, ແອັບມືຖື ແລະ QR code)
- ຄ່າທຳນຽມການໂອນເງິນໄປຕ່າງປະເທດທີ່ດີ
- ຄ່າທໍານຽມໃນການເຮັດທຸລະກໍາທີ່ຖືກ
- ປ້າຍຊຳລະເງິນ QR
- ເຄື່ອງຮູດບັດ*
ຄຸນສົມບັດ
- ທຸລະກິດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍຢູ່ໃນ ສປປ ລາວ
- ລາຍຮັບປະຈໍາປີສູງເຖິງ 500,000 ໂດລາ ຫຼື ທຽບເທົ່າ
Download the Account & Cash Management Fees & Charges

ບັນຊີເງິນຝາກມີກຳນົດ
ຮັບປະກັນຜົນຕອບແທນທີ່ແນ່ນອນ
ການເປີດບັນຊີເງິນຝາກມີກຳນົດເຮັດໃຫ້ເງິນສ່ວນເກີນຂອງທ່ານມີປະໂຫຍດຫຼາຍຂຶ້ນດ້ວຍອັດຕາດອກເບ້ຍທີ່ໜ້າສົນໃຈ ແລະ ຕົວເລືອກໄລຍະຄົບກຳນົດເງິນຝາກທີ່ຫຼາກຫຼາຍ.
ທ່ານສາມາດເປີດບັນຊີເງິນຝາກມີກຳນົດໄດ້ທັງສະກຸນເງິນກີບ ແລະ ຕ່າງປະເທດແຖມຍັງສາມາດຕິດຕາມຍອດເງິນໃນບັນຊີແບບອອນລາຍຜ່ານລະບົບ ອີ-ແບັງຄີງ ຂອງພວກເຮົາ.
- ໄລຍະຄົບກຳນົດເງິນຝາກທີ່ຫຼາກຫຼາຍ
- ຮັບການຊຳລະດອກເບ້ຍໄດ້ແບບປະຈໍາເດືອນ, ລ່ວງຫນ້າ, ຫຼື ຄົບໄລຍະກຳນົດ
- ມີທຸກສະກຸນເງິນ: ໂດລາ, ກີບ, ບາດ & ເອີໂຣ

ບໍລິການບັນຊີເງິນເດືອນພະນັກງານ
ເພື່ອການດຳເນີນງານທີ່ໄວຍິ່ງຂຶ້ນ
ພວກເຮົາຂໍສະເໜີວິທີການທີ່ຈະຫຼຸດຂັ້ນຕອນການໃຫ້ເງິນເດືອນພະນັກງານຂອງບໍລິສັດໃຫ້ໄວ ແລະ ສະດວກຫຼາຍຂຶ້ນຕັ້ງແຕ່ການເປີດບັນຊີຈົນໄປເຖິງການອອກເງິນເດືອນດ້ວຍ ບັນຊີເງິນເດືອນພະນັກງານຈາກ ທລຝ.
ພ້ອມກັນນັ້ນ, ການທີ່ທ່ານມາໃຊ້ບໍລິການບໍລິຫານຈັດການເງິນເດືອນພະນັກງານກັບພວກເຮົາຍັງເຮັດໃຫ້ພະນັກງານທ່ານເຂົ້າເຖິງຜະລິດຕະພັນການທະນາຄານປະຈຳວັນ ແລະ ສິນເຊື່ອແບບບໍ່ມີຄ່າທຳນຽມ/ບໍລິການອີກດ້ວຍ.
- ຫຼຸດເວລາດຳເນີນງານການອອກເງິນເດືອນໃຫ້ພະນັກງານ
- ຈ່າຍເງິນໄວ ແລະ ຕົງເວລາ
- ກວດກາການເງິນໄດ້