

ພວກເຮົາມີແຜນງານທີ່ເໝາະສົມກັບທຸລະກິດທີ່ແຕກຕ່າງກັນ
ທລຝ ຈະມີຜູ້ຈັດການຝ່າຍປະຊາສຳພັນລູກຄ້າທຸລະກິດຂະໜາດໃຫຍ່ທີ່ພ້ອມໃຫ້ບໍລິການທ່ານ. ພວກເຮົາມີເປົ້າໝາຍໃນການພັດທະນາຕົວເລືອກທາງອອກດ້ານການເງິນທີ່ປັບປ່ຽນໄດ້ ແລະ ລາຄາທີ່ເໝາະສົມກັບຄວາມຕ້ອງການຂອງລູກຄ້າທີ່ສອດຄ່ອງກັບມາດຕະຖານແຜນປະຕິງານໄດ້ດີທີ່ສຸດ. ຜູ້ຈັດການຝ່າຍປະຊາສຳພັນລູກຄ້າແມ່ນພ້ອມສະເໝີທີ່ຈະໃຫ້ຄຳແນະນຳສຳລັບທຸກໆຄວາມຕ້ອງການຂອງທຸລະກິດທ່ານ.

ການບໍລິຫານເງິນສົດ
ພວກເຮົາມີການບໍລິການທາງດ້ານການບໍລິຫານເງິນສົດທີ່ຫຼາກຫຼາຍ ທີ່ອອກແບບມາໃຫ້ແທັດເໝາະກັບຄວາມຕ້ອງການທາງດ້ານການເງິນຂອງທ່ານ: ບັນຊີ ແລະ ການເຮັດທຸລະກຳ, ການຈັດເງິນເດືອນ, ການຊຳລະເງິນແກ່ຜູ້ສະໜອງສິນຄ້າພາຍນອກ.

ຜະລິດຕະພັນທີ່ອອກແບບໄດ້
ທລຝ ມີຂໍ້ສະເໜີຜະລິດຕະພັນເງິນກູ້ທີ່ຫຼາກຫຼາຍ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ພ້ອມທັງການໃຫ້ຄຳແນະນຳແກ່ລູກຄ້າ: ເງິນກູ້ໄລຍະສັ້ນ, ເງິນກູ້ໄລຍະຍາວ ແລະ ເງິນກູ້ສຳລັບໂຄງການ.

ການຄ້າສາກົນ
ພວກເຮົາສາມາດໃຫ້ບໍລິການສິນເຊື່ອການຄ້າສາກົນທີ່ຫຼາກຫຼາຍ ໂດຍຜ່ານເຄືອຂ່າຍທະນາຄານຂອງພວກເຮົາ: ການໂອນເງິນໄປຕ່າງປະເທດ, ໜັງສືສິນເຊື່ອ (LC), ການຄ້ຳປະກັນການຊຳລະສະສາງໃນນາມລູກຄ້າ ແລະ ການແລກປ່ຽນເງິນຕາຕ່າງປະເທດ.

ທະນາຄານທາງດິຈິຕອນ
ເພື່ອເປັນທະນາຄານທີ່ບໍ່ມີໄລຍະທາງ, ທລຝ ຍັງຄົງສືບຕໍ່ພັດທະນາ ແລະ ມອບປະສົບການໃນການນຳໃຊ້ລະບົບ ອີແບັງຄິ້ງ ທີ່ດີທີ່ສຸດໃຫ້ທ່ານ. ດ້ວຍລະບົບ ອີແບັງຄິ້ງຂອງກຸ່ມທຸລະກິດຂະໜາດໃຫຍ່, ທ່ານສາມາດເຮັດທຸລະກຳທາງອິນເຕີເນັດໄດ້ຢ່າງປອດໄພ, ເຮັດທຸລະກໍາອອນໄລນ໌ໄດ້ທຸກປະເພດ, ກວດກາການເຮັດທຸລະກຳທາງການຄ້າ ແລະ ຈັດການລະບົບເງິນເດືອນໄດ້ຢ່າງງ່າຍດາຍ.