ການຝຶກອົບຮົມ BFL ກ້າວໜ້າ - ຄັ້ງທີ IV

ທະນາຄານ ລາວ-ຝຣັ່ງ ມີຄວາມຍິນດີທີ່ຈະແບ່ງປັນຮູບພາບຜົນສໍາເລັດຂອງການຝຶກອົບຮົມ #BFLກ້າວໜ້າ (ຄັ້ງທີ 4) ທີ່ອອກແບບມາ ເພື່ອສະໜັບສະຫໜູນບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ໃນ ສປປ ລາວ ໃນການພັດທະນາທັກສະ ແລະ ຄວາມຮູ້ທີ່ຕ້ອງການ ເພື່ອປະກອບເຂົ້າໃນການດໍາເນີນທຸລະກິດໃຫ້ປະສົບຜົນສໍາເລັດ ແລະ ຮຽນຮູ້ໃນການເຂົ້າເຖິງແຫຼ່ງທຶນຢ່າງຖືກຕ້ອງ.


ທີ່ ທລຝ, ພວກເຮົາເຊື່ອວ່າການລົງທຶນໃສ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແມ່ນກຸນແຈສໍາສໍາຄັນໃນການຂັບເຄື່ອນເສດຖະກິດຂອງປະເທດເຮົາໃຫ້ຈະເລີນເຕີບໂຕ. ພວກເຮົາມຸ່ງໝັ້ນທີ່ຈະມອບເຄື່ອງມື ແລະ ຊັບພະຍາກອນທີ່ເປັນປະໂຫຍດແກ່ພວກເຂົາ ເພື່ອສົ່ງເສີມໃນການເຕີບໂຕຂອງພວກເຮົາຕ້ອງ.

ພວກເຮົາຂໍຂອບໃຈມາຍັງຜູ້ເຂົ້າຮ່ວມງານຝຶກອົບຮົມທັງໝົດຂອງພວກເຮົາ ທີ່ມາຈາກຫຼາກຫຼາຍພາກສ່ວນທຸລະກິດຢູ່ໃນປະເທດລາວ ແລະ ຂໍຂອບໃຈທີມງານ ທລຝ ຜຸ້ທີ່ຈັດງານທີ່ມີຄວາມໝາຍນີ້ຂຶ້ນ. ພວກເຮົາຫວັງຢ່າງຍິ່ງ ທີ່ຈະໄດ້ສືບຕໍ່ສານສາຍພົວພັນຂອງພວກເຮົາກັບບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໃນທົ່ວພາກພື້ນ ແລະ ຊ່ວຍໃຫ້ພວກເຂົາບັນລຸເປົ້າໝາຍທີ່ດີຂອງພວກເຂົາ. ຖ້າທ່ານໃດສົນໃຈຢາກເຂົ້າຮ່ວມງານຝຶກອົບຮົມຂອງພວກເຮົາໃນຄັ້ງໜ້າ, ຢ່າພາດທີ່ຈະຕິດຕາມເພສ BFL ຂອງພວກເຮົາ.
For those who wish to join our next session, please stay tuned by following BFL page.