

ການບໍລິການ ແລະ ທາງເລືອກສໍາລັບຮ້ານຄ້າທີ່ສະດວກ ແລະ ນໍາໃຊ້ນະວັດຕະກໍາໃໝ່
ການມອບປະສົບການຊື້ສິນຄ້າທີ່ສະດວກສະບາຍໃຫ້ລູກຄ້າແມ່ນເລື່ອງສຳຄັນອັນດັບທຳອິດໃນການດຳເນີນທຸລະກິດເຊິ່ງພວກເຮົາຮູ້ ແລະ ເຂົ້າໃຈ. ເພື່ອເປັນການຮັບປະກັນວ່າລູກຄ້າທ່ານຈະໄດ້ຮັບປະສົບການນັ້ນ, ພວກເຮົາໄດ້ເຮັດວຽກຢ່າງໜັກເພື່ອອອກເຄື່ອງມືຊຳລະເງິນທີ່ທັນສະໄໝໃຫ້ແກ່ທ່ານ.

ເຄື່ອງຮູດບັດແບບບໍ່ສຳພັດ (POS Terminal)
ເຄື່ອງຮູດບັດເປັນຊ່ອງທາງການຊຳລະເງິນທີ່ໃຫ້ຜົນປະໂຫຍດຫຼາກຫຼາຍຕັ້ງແຕ່ການພັດທະນາປະສິດທິພາບຂອງການເຮັດດຳເນີນງານທ່ານຈົນໄປເຖິງການມອບປະສົບການຊຳລະເງິນທີ່ສະດວກແກ່ລູກຄ້າທ່ານ.
- ຊຳລະເງິນໄວ ແລະ ມີການເຮັດທຸລະກຳທີ່ຫຼາຍຂຶ້ນ
- ພະນັກງານຈະກຳເງິນສົດໜ້ອຍລົງ
- ເພີ່ມລະດັບຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງໃນການໂກງເງິນ

ປ້າຍຊຳລະເງິນ QR (BFL Pay)
ໃຫ້ລູກຄ້າຂອງທ່ານຊຳລະເງິນໃນແບບທີ່ທັນສະໄໝທີ່ສຸດດ້ວຍ BFL Pay, ງ່າຍໆພຽງແຕ່ສະແກນ QR Code ທີ່ຮ້ານຂອງທ່ານ.
- ຟຣີ
- ປອດໄພ
- ຈ່າຍສະດວກ

ທະນາຄານທາງດິຈິຕອນ
ຮັບເງິນໂອນແບບງ່າຍໆ ແລະ ປອດໄພ ຈາກທຸກທີ່ທົ່ວໂລກດ້ວຍ ອີ-ແບັງຄີງຂອງ BFL. ພຽງແຕ່ທ່ານເຂົ້າສູ່ລະບົບຈາກຄອມພິວເຕີ້, ແທັບເລັດ ຫຼື ມືຖື, ກໍນຳໃຊ້ໄດ້ແລ້ວ
- ສະໝັກນຳໃຊ້ຟຣີ ແລະ ບໍ່ມີຄ່າທຳນຽມລາຍເດືອນ
- ຮັບການແຈ້ງເຕືອນທີ່ໄວ
- ເຂົ້າໄດ້ຕະຫຼອດ 24ຊົ່ວໂມງທັງ7ມື້