ແພັກເກັດທີ່ໂດດເດັ່ນດ້ວຍຂໍ້ສະເໜີທີ່ເປັນເອກະລັກ: ແພັກເກັດ ພຣາຍເວດ

ປະສົບການທາງດ້ານການທະນາຄານທີ່ເປັນເອະກລັກ ແລະ ຟຣີ, ແພັກເກັດ ພຣາຍເວດ ໄດ້ຖືກອອກແບບມາພິເສດ ສໍາລັບລູກຄ້າທີ່ເຮັດທຸລະກໍາປະຈໍາວັນເປັນຈໍານວນຫຼາຍ: ສາມາດນໍາໃຊ້ວົງເງິນການໃຊ້ຈ່າຍ ແລະ ​​ການ​ຖອນ​ປະຈໍາວັນ​ທີ່ສູງ, ມີຄ່າທຳນຽມໃນການເຮັດທຸລະກຳ ແລະ ຄ່າທຳນຽມໃນການໂອນເງິນໄປຕ່າງປະເທດທີ່ຖືກກວ່າ.​ ທ່ານຈະໄດ້ຮັບຟຣີ ບັດວີຊ້າ ເດບິດ ສາກົນ ​ທີ່ສາມາດນໍາໃຊ້ການຊໍາລະຕ່າງໆໄດ້ທົ່ວໂລກ ແລະ ສາມາດໂອນເງິນໄດ້ຢ່າງປອດໄພຜ່ານການບໍລິການ ອີ-ແບັງຄິ້ງ ຂອງພວກເຮົາ ຫຼື ຢູ່ທຸກໜ່ວຍບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານ. ທີ່ສຳຄັນຍັງມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວທີ່ຄອຍໃຫ້ບໍລິການ ແລະ ຈັດການທຸກຄວາມຕ້ອງການດ້ານການເງິນຂອງທ່ານແບບພິເສດ.

ຈຸດເດັ່ນ

2 - high spending limit

ເພີ່ມວົງເງິນການໃຊ້ຈ່າຍ ແລະ ​​ການ​ຖອນເງິນ​​ທີ່ສູງ

1 - preferred pricing on international transfers

ຄ່າທໍານຽມໃນການເຮັດທຸລະກໍາທີ່ພິເສດ

Best rates on international transfers

ຄ່າທຳນຽມໃນການໂອນເງິນໄປຕ່າງປະເທດທີ່ຖືກກວ່າ

2 - a dedicated relationship manager

ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ວິທີການເປີດບັນຊີ

ບຸກຄົນທີ່ບັນລຸນິຕິພາວະຖືກຕ້ອງຕາມກົດໝາຍ ແມ່ນມີສິດ. ເອກະສານທີ່ຕ້ອງປະກອບ:

  • ບັດປະຈໍາຕົວ ຫຼື ສໍາມະໂນຄົວ
  • ໃບຢັ້ງຢືນທີ່ຢູ່
  • ເອກະສານຢັ້ງຢືນລາຍຮັບ

ສໍາລັບການເປີດບັນຊີຮ່ວມ, ຕ້ອງສະໜອງເອກະສານຂອງຜູ້ທີ່ກ່ຽວຂ້ອງ

ຜົນປະໂຫຍດ

  • ບັນ​ຊີ​ກະ​ແສ​ລາຍ​ວັນ
  • ບັດວີຊ້າ ເດບິດ ສາກົນ
  • ເພີ່ມວົງເງິນການເຮັດທຸລະກຳ ແລະ ການຖອນປະຈໍາວັນ
  • ຄ່າທໍານຽມໃນການເຮັດທຸລະກໍາທີ່ພິເສດ
  • ຄ່າທຳນຽມໃນການໂອນເງິນໄປຕ່າງປະເທດທີ່ຖືກກວ່າ
  • ສາຂາບໍລິການໃກ້ບ້ານທ່ານ, ເຂົ້າເຖິງທະນາຄານເທິງອິນເຕີເນັດ ແລະ ມືຖື
  • ເຂົ້າເຖິງຕູ້ ເອທີເອັມ ຕະຫຼອດ 24 ຊົ່ວໂມງ
  • ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ເງື່ອນໄຂ

  • ບໍ່ມີຄ່າທຳນຽມປະຈໍາເດືອນ
  • ບໍ່ມີຄ່າທໍານຽມໃນການເປີດບັນຊີ
  • ບໍ່ມີວົງເງິນເລີ່ມຕົ້ນໃນການເປີດບັນຊີ
  • ຍອດເຫຼືອໃນບັນຊີປະຈໍາເດືອນ: 40 ລ້ານ ກີບ / 4,000 ໂດລາ / 120,000 ບາດ / 4,000 ເອີໂຣ
  • ບັນຊີທີ່ມີສໍາລັບສະກຸນເງິນ ກີບ, ໂດລາ, ບາດ ແລະ ເອີໂຣ
  • ບັນຊີສໍາລັບສ່ວນບຸກຄົນ ແລະ ຜູ້ຖືບັນຊີຮ່ວມ

ເພື່ອຮຽນຮູ້ເພີ່ມຕື່ມ

ດາວໂຫຼດຄ່າທໍານຽມ ແລະ ຄ່າບໍລິການຂອງແພັກເກັດ ພຣາຍເວດ

ການໂອນເງິນໄປຕ່າງປະເທດທີ່ງ່າຍດາຍ!

 

ການໂອນເງິນທົ່ວໂລກທີ່ປອດໄພ ແລະ ສະດວກສະບາຍທີ່ສຸດ!

 

ເຂົ້າເຖິງແອັບ BFL Connect ໄດ້ຕະຫຼອດ 24 ຊົ່ວໂມງ ພຽງ​ແຕ່​ປາຍນິ້ວທ່ານ, ເຮັດ​ໃຫ້​ການ​ໂອນໄປຕ່າງປະເທດ​ຂອງ​ທ່ານມີ​ຄວາມ​ປອດ​ໄພ​​.