ໜ້າຫຼັກ ທະນາຄານສຳລັບທຸລະກິດ ສິນເຊື່ອ ສິນເຊື່ອ ທີ່ດິນ & ສິ່ງປຸກສ້າງ

ສ້າງຊັບສິນຂອງບໍລິສັດຂອງທ່ານໃຫ້ເພີ່ມຂຶ້ນ

ສິນເຊື່ອ ທີ່ດິນ ແລະ ສິ່ງປູກສ້າງສໍາລັບທຸລະກິດຂອງ ທລຝ ແມ່ນສິນເຊື່ອພິເສດສໍາລັບທຸລະກິດທີ່ຕ້ອງການຊື້ອະສັງຫາລິມະສັບ. ສິນເຊື່ອນີ້ຊ່ວຍໃຫ້ທ່ານສາມາດຊື້ອາຄານ, ສະຖານທີ່ໆຈໍາເປັນໃນການດໍາເນີນທຸລະກິດຂອງທ່ານ ບໍ່ວ່າຈະເປັນການສ້າງຄຣີນິກ, ຫ້າງຮ້ານ ຫຼື ຮ້ານ ເບເກີລີ້.

ຈຸດເດັ່ນ

Easy access to cash management

ອັດຕາດອກເບ້ຍທີ່ເໝາະສົມ

5 - competitive interest rate

ບໍ່ມີວົງເງິນສູງສຸດ

6 - flexible repayments

ໄລຍະເວລາເງິນກູ້ສູງເຖິງ 10 ປີ

6 - fast track approval

ຫັກຕົ້ນທຶນໄດ້ເຖິງ 24 ເດືອນ

ຜົນປະໂຫຍດ

  • ສິນເຊື່ອ ທີ່ດິນ ແລະ ສິ່ງປູກສ້າງມີອັັດຕາດອກເບ້ຍຄົງທີ່ຕະຫຼອດອາຍຸສັນຍາ
  • ວົງເງິນກູ້ຕໍ່າສຸດ 20,000 ໂດລາ ຫຼື ທຽບເທົ່າ
  • ວົງເງິນຈ່າຍກ່ອນຂັ້ນຕໍ່າ 20%
  • ໄລຍະເວລາເງິນກູ້ສູງເຖິງ 10 ປີ
  • ຫຼັກຊັບຄໍ້າປະກັນ: ໃບຕາດິນ ຫຼື ເງິນຝາກມີກໍານົດ

ຄຸນສົມບັດ

  • ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
  • ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
  • ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
  • ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ

ເຄື່ອງຄໍານວນສິນເຊື່ອ

0.00

ຈໍານວນເງິນທີ່ຕ້ອງຊໍາລະລາຍເດືອນ

0.00

ຈໍານວນເງິນທີ່ຕ້ອງຊໍາລະທັງໝົດ

0.00

ດອກເບ້ຍທັງໝົດ

ເຄື່ອງຄໍານວນສິນເຊື່ອຂອງພວກເຮົາ ເປັນເຄື່ອງທີ່ລຽບງ່າຍ ແລະ ໃຊ້ງານງ່າຍ ເພື່ອຊ່ວຍທ່ານຄໍານວນຄ່າງວດສິນເຊື່ອລາຍເດືອນຂອງທ່ານ.

  • ໃສ່ຈໍານວນສິນເຊື່ອ
  • ເລືອກອັດຕາດອກເບ້ຍ
  • ເລືອກໄລຍະເວລາ

ເຄື່ອງຄິດໄລ່ນີ້ມີຈຸດປະສົງ ເພື່ອເປັນການໃຫ້ຂໍ້ມູນເທົ່ານັ້ນ. ເຄື່ອງຄິດໄລ່ເປັນຕົວເລກ ບໍ່ສາມາດຖືເປັນຂໍ້ສະເໜີສິນເຊື່ອ ແລະ ບໍ່ມີຜົນທາງກົດໝາຍ. ສໍາລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ຫາພະນັກງານໃຫ້ຄໍາປຶກສາ ຫຼື ພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.