ແພັກເກັດສໍາລັບທຸລະກິດທີ່ເໝາະກັບຄວາມຕ້ອງການຂອງທ່ານ

ທ່ານມີຫຼາຍວຽກງານທີ່ຕ້ອງເຮັດເພື່ອໃຫ້ທຸລະກິດເຕີບໂຕຂຶ້ນເລື່ອຍໆ, ສະນັ້ນ ທລຝ ຈຶ່ງໄດ້ປັບປ່ຽນໃຫ້ການດໍາເນີນງານສະດວກສະບາຍ, ພວກເຮົາໄດ້ອອກແບບບັນຊີສຳລັບທຸລະກິດຫຼາກຫຼາຍທີ່ເຮັດໃຫ້ທ່ານຈັດການເງິນຂອງທ່ານໄດ້ງ່າຍ ແລະ ມີປະສິດທິພາບຍິ່ງຂຶ້ນ. ເບິ່ງຂໍ້ມູນຂອງແພັກເກັດພວກເຮົາ ແລະ ເລືອກເອົາແພັກເກັດທີ່ດີທີ່ສຸດສຳລັບທ່ານ.

Account Package Sub - SME

SME Package

ບໍ່ມີຄ່າທໍານຽມລາຍເດືອນໃນການເຮັດທຸລະກຳທະນາຄານປະຈໍາວັນຂອງທ່ານ!

 

ບໍ່ວ່າທ່ານຈະກຳລັງຊອກຫາການສະໜັບສະໜຸນດ້ານເງິນທຶນ ຫລື ແຜນທຸລະກິດ, ແພັກເກັດ ເອສເອັມອີ ຂອງພວກເຮົາຊ່ວຍໃຫ້ທ່ານດຳເນີນທຸລະກິດໄດ້ຢ່າງປະສົບຜົນສຳເລັດດ້ວຍເຄື່ອງມືຊ່ວຍເຫຼືອການທະນາຄານປະຈຳວັນ ແລະ ຂໍ້ມູນທີ່ສຳຄັນໃນການດຳເນີນທຸລະກິດ.

 

 

 

 

 

Account Package Sub - SME Plus

ແພັກເກັດ SME ພຣັດ

ແພັກເກັດທີ່ເຕັມຮູບແບບ

 

ແພັກເກັດ SME ພຣັດ ເປັນການປະສົມປະສານຢ່າງລົງໂຕລະຫວ່າງຜະລິດຕະພັນ ແລະ ການບໍລິການສໍາລັບ SME ໃນແພັກເກັດນີ້ຈະປະກອບມີ: ບັດວີຊ້າ ເດບິດ ສາກົນ ແລະ ບັດເອທີເອັມ, ເຄື່ອງຮູດເງິນ, ປ້າຍ QR ແລະ ອື່ນໆ. ນອກຈາກນີ້ ທ່ານຍັງສາມາດຮັບຄ່າທໍານຽມໃນການເຮັດທຸລະກຳທັງໝົດ ແລະ ພົບກັບພະນັກງານໃຫ້ຄໍາປຶກສາສ່ວນບຸກຄົນ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານ.

 

 

Account Package Sub - Banking on Women

Banking on Women Package

ສໍາລັບຜູ້ປະກອບການຍິງ

 

ການລິເລີ່ມສະເພາະຂອງ ທລຝ ທີ່ມຸ່ງໝັ້ນເພື່ອສະໜັບສະໜູນຜູ້ປະກອບການຂອງແມ່ຍິງ ໂດຍບໍ່ມີຄ່າທຳນຽມປະຈໍາເດືອນ ແລະ ຜະລິດຕະພັນທາງການເງິນທີ່ຫຼາກຫຼາຍ, ແພັກເກັດພິເສດ ສໍາລັບຜູ້ປະກອບການຍິງ ຍັງມີຄ່າທໍານຽມທີ່ພິເສດໃນການເຮັດທຸລະກຳ. ມີເຄື່ອງທີ່ປອດໄພ ແລະ ງ່າຍດາຍ ເພື່ອຊ່ວຍການຊໍາລະເງິນຂອງລູກຄ້າຂອງທ່ານ: ການຊໍາລະຜ່ານ QR ແລະ ເຄື່ອງຮູດບັດ (ຂຶ້ນກັບການອະນຸມັດ), ລວມຢູ່ໃນແພັກເກັດດຽວ.

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ!

ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ຂໍ້ສະເໜີທາງການເງິນທີ່ເໝາະສົມ

ທະນາຄານທີ່ບໍ່ຈໍາກັດໄລຍະທາງ