ໜ້າຫຼັກ ທະນາຄານສໍາລັບບຸກຄົນ ຄວາມຕ້ອງການຂອງຂ້ອຍ

ທ່ານມີແຜນທີ່ຈະເຮັດສິ່ງໃດບໍ? ເຖິງເວລາທີ່ຈະເຮັດໃຫ້ເປັນຈິງແລ້ວ!

ບໍ່ວ່າທ່ານກຳລັງຈະວາງແຜນໄປທ່ອງທ່ຽວ, ຊື້ເຄື່ອງຂອງໃໝ່, ໃຫ້ລາງວັນກັບໂຕເອງ ຫຼື ມີເປົ້າໝາຍໃຫຍ່ໆໃນຊີວິດ, ພວກເຮົາຍິນດີທີ່ຈະສະໜັບສະໜູນທ່ານ. ທລຝ ຢູ່ທີ່ນີ້ ໃນເວລາທີ່ທ່ານມີຄວາມຕ້ອງການທາງດ້ານການເງິນ ເພື່ອໃຫ້ຝັນຂອງທ່ານເປັນຈິງ: ໃຫ້ພວກເຮົາຢູ່ຄຽງຂ້າງທ່ານ ໃນການເປັນຄູ່ຮ່ວມງານທາງດ້ານການເງິນ ເພື່ອຊ່ວຍໃນທຸກຊ່ວງໄລຍະເວລາຂອງຊີວິດທ່ານ.

ຄວາມຕ້ອງການສ່ວນຕົວ

ກຳລັງຈະເລີ່ມຕົ້ນໃຊ້ຊີວິດດ້ວຍຕົວເອງ

 

ທີ່ ທລຝ, ພວກ​ເຮົາ​ຂໍມອບ​ຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນທີ່ຫຼາກຫຼາຍ ທີ່ແທດເໝາະກັບຄວາມຕ້ອງການຂອງທ່ານ​ ແລະ ​ພວກ​ເຮົາພ້ອມໃຫ້ຄໍາ​ແນະ​ນໍາ​​ກ່ຽວ​ກັບ​ການ​ກະ​ກຽມ ​ສໍາ​ລັບ​ອະ​ນາ​ຄົດ​ຂອງ​ທ່ານ​.

 

My Needs Sub - I want to start saving

ຕ້ອງການທີ່ຈະເລີ່ມອອມເງິນ

 

ເພື່ອກະກຽມອະນາຄົດໃຫ້ມີປະສິດທິພາບ ບໍ່ຈໍາເປັນຕ້ອງລໍຖ້າ ເພື່ອເລີ່ມຕົ້ນການອອມເງິນ. ພວກ​ເຮົາຂໍນໍາສະເໜີທາງເລືອກທາງດ້ານການອອມເງິນ ທີ່​ປັບ​ເຂົ້າ​ກັບ​ງົບ​ປະ​ມານ​ຂອງ​ທ່ານ ​ແລະ ທີ່ໄດ້ອອກແບບມາໃຫ້ແທດເໝາະກັບທ່ານ ແລະ ເຮັດໃຫ້ທ່ານສາມາດອອມເງິນໄດ້ຢ່າງມີປະສິດທິຜົນ.

My Needs Sub - I anticipate the next step

ຕ້ອງການເລີ່ມຕົ້ນທຸລະກິດ

 

ທ່ານ​ມີ​ແນວ​ຄວາມ​ຄິດ ​ແລະ ​ວິ​ທີ​ການ ສໍາລັບການເລີ່ມຕົ້ນທຸລະກິດ​, ພວກ​ເຮົາ​ມີ​ວິ​ທີທີ່​ຈະ​ຊ່ວຍ​ໃນການສ້າງ ແລະ ລົງທຶນໃນການດໍາເນີນທຸລະກິດຄັ້ງທໍາອິດຂອງທ່ານ.

 

 

ຄວາມຕ້ອງການ ສໍາລັບຄອບຄົວ

My-Needs-THN--About-to-change-life-

ກຳລັງຈະແຕ່ງງານ

 

 

ທ່ານກໍາລັງກະກຽມທີ່ຈະ "ແຕ່ງງານ" ແລະ ສ້າງຊີວິດຄູ່ຂອງທ່ານ. ບໍ່ວ່າຈະເປັນພິທີແຕ່ງງານໃຫຍ່ ຫຼື ນ້ອຍ. ທ່ານບໍ່ຕ້ອງກັງວົນ, ທລຝ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ທ່ານ.

 

ກຳລັງເລີ່ມຕົ້ນສ້າງຄອບຄົວໃໝ່

 

ຄອບຄົວເປັນສິ່ງສໍາຄັນທີ່ສຸດ ສໍາລັບທ່ານ. ດ້ວຍການບໍລິການແລະ ທາງເລືອກທີ່ສອດຄ່ອງກັບຄວາມຕ້ອງການຂອງທ່ານ, ທລຝ ຈະຊ່ວຍທ່ານຈັດການທາງດ້ານການເງິນປະຈໍາວັນຂອງທ່ານ ແລະ ກຽມຄວາມພ້ອມ ສໍາລັບອະນາຄົດຂອງຄົນທີ່ທ່ານຮັກ.

My Needs Sub - I am building a new home

ຊື້ເຮືອນ ຫຼື ອາພັດເມັ້ນໃໝ່

 

ທລຝ ຈະຊ່ວຍໃຫ້ທ່ານເປັນເຈົ້າຂອງເຮືອນງ່າຍຂຶ້ນ. ພວກເຮົາຈະພິຈາລະນາໂຄງການຂອງທ່ານ ແລະ ຈະນໍາສະເໜີຜະລິດຕະພັນສິນເຊື່ອອະສັງຫາລິມະຊັບທີ່ເໝາະສົມສໍາລັບທ່ານ.

 

 

ສະໜັບສະໜູນການສຶກສາຂອງລູກທ່ານ

 

ດ້ວຍຜະລິດຕະພັນການອອມເງິນໄລຍະຍາວຂອງພວກເຮົາ "ບັນຊີສະສົມທຶນ ເພື່ອອະນາຄົດ". ມາເລີ່ມຕົ້ນການອອມເງິນໄດ້ແລ້ວມື້ນີ້ ເພື່ອອະນາຄົດທາງດ້ານການສຶກສາທີ່ດີຂອງລູກທ່ານ.

 

 

ຄວາມຕ້ອງການເລັກນ້ອຍ

My-Needs-THN--What-is-on-your-wish-list-

ຕ້ອງການໃຫ້ລາງວັນກັບໂຕເອງ

 

ບໍ່ມີຫຍັງດີໄປກວ່າການທີ່ຈະອອກໄປເປີດປະສົບການໃໝ່ໆ, ແຕ່ບາງຄັ້ງກໍ່ຍັງມີຄວາມຈໍາກັດທາງດ້ານງົບປະມານ. ພົບກັບຜະລິດຕະພັນສິນເຊື່ອ ສ່ວນບຸກຄົນຂອງ ທລຝ ແລະ ອອກໄປເປິດປະສົບການດ້ວບຄວາມສະບາຍໃຈ.

 

 

My-Needs-THN--Planning-your-next-trip-

ກຳລັງວາງແຜນສໍາລັບການທ່ອງທ່ຽວ

 

ຕ້ອງການໃຫ້ລາງວັນຕົວທ່ານເອງ ດ້ວຍການເດີນທາງໄປພັກຜ່ອນທີ່ແທ້ຈິງ, ເຕີມພະລັງຂອງທ່ານ ເພື່ອແບ່ງປັນຊ່ວງເວລາທີ່ດີໃຫ້ກັບຄອບຄົວ ຫຼື ຄົນຮັກຂອງທ່ານ? ດ້ວຍຄວາມຈໍາກັດທາງດ້ານງົບປະມານ, ສິ່ງນີ້ມັນຈະບໍ່ເປັນບັນຫາອີກຕໍ່ໄປ ທີ່ຈະເຮັດໃຫ້ການເດີນທາງໃນຄວາມຝັນຂອງທ່ານເປັນຈິງ. ສິນເຊື່ອ ສ່ວນບຸກຄົນຂອງ ທລຝ ຢູ່ທີ່ນີ້ ເພື່ອຊ່ວຍທ່ານ!

My-Needs-THN---your-dream-car-

ກຳລັງຈະຊື້ລົດໃໝ່

 

ຮອດເວລາທີ່ທ່ານຕ້ອງອອກໄປຂັບຂີ່ລົດໃໝ່ຕາມທີ່ທ່ານເຄີຍວາດຝັນໄວ້ໄດ້ແລ້ວ. ຮຽນຮູ້ເພີ່ມຕື່ມກ່ຽວກັບ ສິນເຊື່ອລົດ ດ້ວຍອັດຕາດອກເບ້ຍທີ່ຕໍ່າ ແລະ ເໝາະສົມ.