

ທາງອອກດ້ານການເງິນທີ່ຄົບວົງຈອນ
ເປົ້າໝາຍທຸລະກິດຂອງທ່ານຈະປ່ຽນແປງໄປຕາມການເວລາ ແລະ ທ່ານອາດຈະຕ້ອງການເງິນທຶນໝູນວຽນເພີ່ມເຕີມ: ພວກເຮົາຢູ່ຄຽງຂ້າງເພື່ອສະໜັບສະໜູນທຸກໆບາດກ້າວຂອງທຸລະກິດທ່ານ. ນອກຈາກນີ້, ພວກເຮົາຍັງມີຂໍ້ສະເໜີຜະລິດຕະພັນເງິນກູ້ທີ່ຫຼາກຫຼາຍ, ທັງໄລຍະສັ້ນ, ກາງ ແລະ ຍາວ, ພ້ອມທັງເຮັດໃຫ້ທ່ານໝັ້ນໃຈວ່າພວກເຮົາໄດ້ອອກແບບທາງອອກດ້ານການເງິນທີ່ເໝາະກັບບໍລິສັດທ່ານທີ່ສຸດ.

ເງິນທຶນໝູນວຽນ
ພວກເຮົາສະໜັບສະໜຸນການດຳເນີນງານຂອງທຸລະກິດທ່ານ
ພວກເຮົາສາມາດໃຫ້ທາງອອກດ້ານເງິນທຶນໝູນວຽນແກ່ທ່ານໄດ້ເພື່ອຊ່ວຍໃຫ້ທຸລະກິດທ່ານເຕີບໂຕໂດຍບໍ່ກະທົບການດຳເນີນງານປະຈຳວັນຂອງທ່ານ.
- ເງິນກູ້ເບີກເກີນບັນຊີ
- ເງິນກູ້ເບີກເກີນບັນຊີຊົ່ວຄາວ
- ສິນເຊື່ອເພື່ອການນຳເຂົ້າ

ອຸປະກອນເຄື່ອງມື ແລະ ເຄື່ອງຈັກ
ພວກເຮົາສະໜັບສະໜຸນເປົ້າໝາຍໄລຍະຍາວຂອງທຸລະກິດທ່ານ
ທ່ານກຳລັງຄິດຫາຊ່ອງທາງແຕກຂະແໜງທຸລະກິດໃໝ່, ຕ້ອງການສິນຊັບຂະໜາດໃຫຍ່, ຂະຫຍາຍທຸລະກິດ ຫຼື ປັບປຸງເຄື່ອງມືທີ່ໃຊ້ໃນທຸລະກິດປັດຈຸບັນຢູ່ບໍ? ໃຫ້ພວກເຮົາຊ່ວຍເຫຼືອດ້ານການສະໜອງທຶນທັງໄລຍະກາງ ແລະ ຍາວໃຫ້ທ່ານໄດ້.

ພາຫະນະສຳລັບເຮັດທຸລະກິດ ແລະ ພາຫະນະພິເສດ
ພົບກັບສິນເຊື່ອລົດຂອງພວກເຮົາ
ພວກເຮົາໄດ້ອອກແບບສິນເຊື່ອໃຫ້ທຸກຄົນເຂົ້າເຖິງໄດ້ເພື່ອດຳເນີນທຸລະກິດໃຫ້ດີຍິ່ງຂຶ້ນບໍ່ວ່າຈະເປັນການຊື້ລົດໃໝ່ ຫຼື ສ້ອມແປງພາຫະນະທີ່ໃຊ້ດຳເນີນທຸລະກິດ. ເຂົ້າມາປຶກສາກັບພວກເຮົາເພື່ອອອກແບບສິນເຊື່ອທີ່ແທດເໝາະກັບຄວາມສາມາດໃນການຊຳລະຂອງທ່ານໄດ້!

ທີ່ດິນ ແລະ ອາຄານປຸກສ້າງ
ພວກເຮົາສະໜັບສະໜຸນເປົ້າໝາຍໄລຍະຍາວຂອງທຸລະກິດທ່ານ
ຖ້າທ່ານກຳລັງວາງແຜນຊື້ທີ່ດິນ, ອາຄານ ຫຼື ການກໍ່ສ້າງ, ໃຫ້ຄິດຫາ ທລຝ: ພວກເຮົາຢູ່ຂຽງຄ້າງກັບທຸກໆໂຄງການຂອງທ່ານ ແລະ ສາມາດສະໜອງເງິນກູ້ຕາມທີ່ທ່ານຕ້ອງການ ແລະ ແທດເໝາະກັບເປົ້າໝາຍໄລຍະຍາວອີກດ້ວຍ.