ເຄື່ອງມືການຊໍາລະເງິນສໍາລັບຮ້ານຄ້າທີ່ທັນສະໄໝ

 

ເພື່ອຈັດການທຸລະກໍາປະຈໍາວັນ ແລະ ມອບປະສົບການຊື້ຂາຍທີ່ສະດວກວ່ອງໄວຕໍ່ລູກຄ້າຂອງທ່ານ, ທລຝ ໄດ້ອອກແບບເຄື່ອງມືທະນາຄານທີ່ມີຄວາມກ້າວໜ້າໄວ້ໃຫ້ລູກຄ້າ, ທີ່ມາພ້ອມກັບລະບົບຄວາມປອດໄພລະດັບໂລກເພື່ອຄວາມຫມັ້ນໃຈສູງສຸດ ແລະ ສະດວກສະບາຍຂອງທ່ານ. ຮຽນຮູ້ເພີ່ມເຕີມກ່ຽວກັບເຄື່ອງມືອຳນວຍຄວາມສະດວກສຳລັບການຊຳລະເງິນ.

BFL Business Connect

ທລຝ ຍັງສືບຕໍ່ພັດທະນາປະສົບການນຳໃຊ້ລະບົບ ອີ-ແບັງຄີງ ຂອງລູກຄ້າໃຫ້ດີຂຶ້ນຢູ່ສະເໝີ. ດ້ວຍມາດຕະຖານລະດັບສາກົນ, ລະບົບອີແບັງຄີງຂອງພວກເຮົາສາມາດສະໜອງການປະຕິບັດງານທີ່ຫຼາກຫຼາຍເຊັ່ນ:

  • ສາມາດເຂົ້າສູ່ລະບົບດ້ວຍຫຼາຍບັນຊີໄດ້
  • ປຶກສາກ່ຽວກັບບັນຊີໄດ້ຕະຫຼອດ 24ຊົ່ວໂມງ
  • ຕົວເລືອກລະບົບກວດສອບຄວາມຖືກຕ້ອງ
  • ການໂອນເງິນພາຍໃນ ແລະ ຕ່າງປະເທດ
  • ເບິ່ງການເຄື່ອນໄຫວຂອງບັນຊີ

ເຄື່ອງມືອຳນວຍຄວາມສະດວກສຳລັບການຊຳລະເງິນ

ເພີ່ມປະສິດທິພາບຂອງການໃຊ້ເວລາໃນການເຮັດທຸລະກຳຢ່າງປອດໄພກັບພວກເຮົາ. ທລຝ ຂໍສະເໜີຕົວເລືອກທີ່ຫຼາກຫຼາຍໃຫ້ແກ່ລູກຄ້າເຊັ່ນ:

  • ໃບແຊັກ, ໃບຮັບຮອງແຊັກ ແລະ ແຊັກທະນາຄານ
  • ບັດວີຊ້າ ເດບິດ
  • ການຊຳລະເງິນແກ່ຄູ່ຄ້າຂາຍແບບຫລາຍໆລາຍການໃນຄັ້ງດຽວ
  • ການໂອນເງິນພາຍໃນ ແລະ ຕ່າງປະເທດ

ເພື່ອຮຽນຮູ້ເພີ່ມຕື່ມ

ເຄື່ອງມືອຳນວຍຄວາມສະດວກສຳລັບຮ້ານຄ້າ

ພຽງແຕ່ເປັນລູກຄ້າ ທລຝ, ທ່ານກໍສາມາດໃຫ້ຕົວເລືອກການຊຳລະເງິນທີ່ສະດວກສະບາຍແກ່ລູກຄ້າໄດ້, ດ້ວຍນະວັດຕະກຳການຊຳລະເງິນທີ່ງ່າຍ ແລະ ວ່ອງໄວ, ເຮັດໃຫ້ລູກຄ້າທ່ານບໍ່ຈຳເປັນຕ້ອງລໍຖ້າທີ່ເຄົາເຕີ້ຈ່າຍເງິນອີກຕໍ່ໄປ ແລະ ໝົດກັງວົນເພາະພວກເຮົາມີລະບົບຄວາມປອດໄພທີ່ສູງ.

  • ເຄື່ອງຮູດບັດ - ແບບຕິດຕັ້ງ ແລະ ແບບບໍ່ມີສາຍ
  • ປ້າຍຊຳລະເງິນດ້ວຍ QR "BFL PAY"

ມາລວບລວມທຸກໆທຸລະກຳ ແລະ ການຮັບຊຳລະເງິນໃຫ້ຢູ່ຈຸດດຽວພ້ອມທັງຕິດຕາມຈຳນວນການຂາຍ ແລະ ລາຍຮັບໄດ້ງ່າຍໆ.