

ເງິນທຶນໝູນວຽນທີ່ຕອບໂຈດເປົ້າໝາຍທຸລະກິດຂອງທ່ານ
ການໄດ້ຮັບການແກ້ໄຂທາງດ້ານການເງິນທີ່ຖືກຕ້ອງ, ໃນຂະນະທີ່ການດໍາເນີນງານປະຈໍາວັນຂອງທຸລະກິດທ່ານລື່ນໄຫລດີ, ສ້າງຄວາມໄດ້ປຽບທາງທຸລະກິດ. ຜູ້ຈັດການຝ່າຍປະຊາສຳພັນລູກຄ້າຂອງພວກເຮົາເຂົ້າໃຈ ແລະ ຕ້ອງໃຊ້ເວລາປະເມີນໃນຄວາມຕ້ອງການນີ້. ພຽງເທົ່ານັ້ນ, ທ່ານສາມາດຄາດການໄດ້ເລີຍວ່າຈະໄດ້ຮັບຂໍ້ຕົກລົງທີ່ດີທີ່ສຸດຂອງເງິນທຶນໝູນວຽນຈາກ ທລຝ ເພື່ອເຮັດໃຫ້ທຸລະກິດທ່ານຂະຫຍາຍເຕີບໂຕດ້ວຍອັດຕາດອກເບ້ຍທີ່ໜ້າສົົນໃຈ.
ຈຸດສໍາຄັນ

ອັດຕາດອກເບ້ຍຕໍ່າ

ການຊໍາລະລາຍເດືອນ

ອະນຸມັດໄວ

ມີທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ
ຜົນປະໂຫຍດ
- ອັດຕາດອກເບ້ຍຕໍ່າ
- ໄລຍະເວລາເງິນກູ້ສູງເຖິງ 2 ປີ
- ການຊໍາລະລາຍເດືອນ
- ມີສໍາລັບສະກຸນເງິນກີບ ແລະ ໂດລາ
ຄຸນສົມບັດ
- ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
- ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
- ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ
ດາວໂຫຼດໃບປິວຂອງສິນເຊື່ອ ເງິນທຶນໝູນວຽນ
ເຄື່ອງມືຄິດໄລ່ສິນເຊື່ອ ເງິນທຶນໝູນວຽນ

ຕາຕະລາງຄິດໄລ່ສິນເຊື່ອຂອງພວກເຮົາແມ່ນໃຊ້ງ່າຍ ແລະ ມີຈຸດປະສົງເພື່ອຊ່ວຍໃຫ້ທ່ານຄິດໄລ່ການຜ່ອນຊຳລະແບບລາຍເດືອນໄດ້ດ້ວຍຕົວເອງ. ພຽງແຕ່ທ່ານຕື່ມຂໍ້ມູນທີ່ກ່ຽວຂ້ອງກັບແຜນການຂອງທ່ານໃສ່ໃນຕາຕະລາງ, ຫລັງຈາກນັ້ນລະບົບຈະຄິດໄລ່ຈຳນວນການຜ່ອນຊຳລະແບບລາຍເດືອນຄ້າວໆໃຫ້ທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- ເລືອກໄລຍະເວລາສິນເຊື່ອ
ຕາຕະລາງຄິດໄລ່ສິນເຊື່ອແມ່ນນຳໃຊ້ເພື່ອເປັນການໃຫ້ຂໍ້ມູນຢ່າງດຽວ. ບໍ່ສາມາດນໍາໃຊ້ເພື່ອເປັນການອ້າງອີງຂໍ້ສະເໜີສິນເຊື່ອຕົວຈິງ ແລະ ບໍ່ສາມາດນໍາໃຊ້ໃນທາງດ້ານກົດໝາຍໄດ້. ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ຫາພະນັກງານຝ່າຍຂາຍ ຫລື ທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.