ປັບປ່ຽນທາງອອກດ້ານການເງິນ ແລະ ການສະໜັບສະໜູນໄດ້ດ້ວຍຕົວເອງ

 

ເນື່ອງຈາກພວກເຮົາເຂົ້າໃຈເຖິງຄວາມຕ້ອງການ ແລະ ຈຸດປະສົງຂອງທ່ານ, ພວກເຮົາຈຶ່ງໄດ້ພັດທະນາທາງເລືອກ ແລະ ກໍານົດລາຄາສະເພາະທີ່ເໝາະສົມແກ່ທ່ານ ເພື່ອຮອງຮັບຍຸດທະສາດຂອງທ່າ. ພວກ​ເຮົາ​ໄດ້ໃຫ້​ການ​ບໍ​ລິ​ການ​ການ​ຈັດການ​ເງິນ​ສົດ​​ຜ່ານ​ທາງ​ເລືອກຕ່າງໆທີ່ມີການ​ປັບ​ແຕ່ງໃຫ້ກົງກັບ​ຄວາມ​ຕ້ອງ​ການ​ທາງດ້ານການເງິນຂອງ​ທ່ານ​ ແລະ ເພື່ອຈັດການ​ກະ​ແສ​ເງິນ​ສົດ​ຂອງ​ທ່ານ​.

ບັນຊີເງິນຝາກ

ຢ່າປ່ອຍໃຫ້ເງິນສົດຂອງທ່ານບໍ່ເຄື່ອນໄຫວ

 

ບັນຊີເງິນຝາກປະຢັດຂອງບໍລິສັດຂະໜາດໃຫຍ່ຂອງ ທລຝ ມອບອັດຕາດອກເບ້ຍທີ່ດີ, ມີຄວາມປອດໄພ ແລະ ຄວາມສະດວກສະບາຍ. ທ່ານສາມາດຝາກ ແລະ ຖອນເງິນຂອງທ່ານໄດ້ທຸກເວລາ.

 

  • ເປັນການລົງທຶນທີ່ມີປອດໄພ
  • ບໍ່ຈໍາກັດໄລຍະເວລາໃນການຝາກ
  • ມີທຸກສະກຸນເງິນ: ໂດລາ, ກີບ, ບາດ & ເອີໂຣ

ບັນຊີ ເງິນຝາກມີກຳນົດ

ຮັບປະກັນຜົນຕອບແທນທີ່ແນ່ນອນ

 

ການເປີດບັນຊີເງິນຝາກມີກຳນົດເຮັດໃຫ້ເງິນສ່ວນເກີນຂອງທ່ານມີປະໂຫຍດຫຼາຍຂຶ້ນດ້ວຍອັດຕາດອກເບ້ຍທີ່ໜ້າສົນໃຈ ແລະ ຕົວເລືອກໄລຍະຄົບກຳນົດເງິນຝາກທີ່ຫຼາກຫຼາຍ.

 

ທ່ານສາມາດເປີດບັນຊີເງິນຝາກມີກຳນົດໄດ້ທັງສະກຸນເງິນກີບ ແລະ ຕ່າງປະເທດແຖມຍັງສາມາດຕິດຕາມຍອດເງິນໃນບັນຊີແບບອອນລາຍຜ່ານລະບົບ ອີ-ແບັງຄີງ ຂອງພວກເຮົາ.

  • ສາມາດເປີດບັນຊີທາງອອນໄລນ໌ໄດ້
  • ຜົນຕອບແທນສູງ
  • ມີທັງສະກຸນເງິນກີບ ແລະ ຕ່າງປະເທດ

ເພື່ອຮຽນຮູ້ເພີ່ມຕື່ມ