

ບໍ່ມີຄ່າທໍານຽມລາຍເດືອນໃນການເຮັດທຸລະກຳປະຈໍາວັນດ້ວຍແພັກເກັດ SME
ແພັກເກັດ SME ຊ່ວຍໃຫ້ທ່ານຈັດການບັນຊີ ແລະ ການເຮັດທຸລະກໍາທີ່ໜ້າສົນໃຈ. ໃນແພັກເກັດນີ້, ທ່ານຈະໄດ້ຮັບບັນຊີກະແສລາຍວັນ ທີ່ເຊື່ອມກັບບັດ ເອທີເອັມ ທີ່ທ່ານສາມາດນຳໃຊ້ກັບຕູ້ເອທີເອັມ ທີ່ຢູ່ໃນເຄືອຂ່າຍຂອງພວກເຮົາໃນທົ່ວປະເທດ. ນອກຈາກນີ້, ທ່ານຍັງມີພະນັກງານໃຫ້ຄໍາປຶກສາລູກຄ້າສ່ວນຕົວ ຜູ້ມີປະສົບການທີ່ຈະຢູ່ຄຽງຂ້າງທ່ານ ແລະ ສາມາດນຳສະເໜີຜະລິດຕະພັນທີ່ແທັດເໝາະກັບຄວາມຕ້ອງການຂອງທ່ານໄດ້ດີທີ່ສຸດ.
ຈຸດສໍາຄັນ
ຟຣີ ບັດເອທີເອັມ*
ຟຣີ ການເຂົ້າເຖິງທະນາຄານທາງດິຈິຕອນ

ບໍ່ມີຄ່າທຳນຽມລາຍເດືອນ
ເຂົ້າເຖິງພະນັກງານໃຫ້ຄໍາປຶກສາລູກຄ້າສ່ວນຕົວ
ວິທີການເປີດບັນຊີ
- ຕື່ມຂໍ້ມູນໃນແບບຟອມຂໍເປີດບັນຊີຢ່າງຄົບຖ້ວນ
- ເອກະສານຢືນຢັນຕົວຕົນ (ບັດປະຈຳຕົວ, ໜັງສືຜ່ານແດນ ຫຼື ສຳມະໂນຄົວ)
- ໃບທະບຽນວິສາຫະກິດ ແລະ ຂໍ້ບັງຄັບບໍລິສັດ
- ໃບຢັ້ງຢືນທີ່ຢູ່, ບິນຄ່າໃຊ້ຈ່າຍສາທາລະນຸປະໂພກ ຫຼື ໃບອະນຸຍາດເຮັດວຽກ/ທີ່ພັກອາໄສ
ຜົນປະໂຫຍດ
- ບໍ່ມີຄ່າທຳນຽມລາຍເດືອນ
- ຟຣີ ບັນຊີກະແສລາຍວັນ
- ບັດ ເອທີເອັມ
- ແອັບເທິງມືຖື ແລະ ອິນເຕີເນັດແບັງຄິ້ງ
- ບັນຊີທີ່ມີສໍາລັບສະກຸນເງິນ ກີບ, ໂດລາ, ບາດ ແລະ ເອີໂຣ
- ປ້າຍ QR Code
- ເຂົ້າເຖິງການຝຶກອົບຮົມທາງດ້ານການເງິນ
ຄຸນສົມບັດ
- ທຸລະກິດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍຢູ່ໃນ ສປປ ລາວ
- ລາຍຮັບປະຈໍາປີສູງເຖິງ 500,000 ໂດລາ ຫຼື ທຽບເທົ່າ