

ສິນເຊື່ອໂດຍມີສິນຊັບຄ້ຳປະກັນທີ່ປອດໄພ
ທຸລະກິດຂອງທ່ານເຕີບໂຕຂຶ້ນໃນທຸກໆມື້ຈົນບາງຄັ້ງທ່ານອາດຈະຄິດຫາການລົງທຶນໄລຍະຍາວເພື່ອເຮັດໃຫ້ທຸລະກິດຂອງທ່ານເຕີບໃຫຍ່ຍິ່ງຂຶ້ນ. ສຳລັບການຂະຫຍາຍທຸລະກິດ, ຄວາມຕ້ອງການສິນຊັບຂະໜາດໃຫຍ່ ຫຼື ອຸປະກອນເຄື່ອງມືເຊັ່ນ ພາຫະນະ ແລະ ເຄື່ອງມືທີ່ທັນສະໄໝເປັນສິ່ງຈຳເປັນ, ເຂົ້າມາປຶກສາກັບພວກເຮົາເພື່ອພວກເຮົາຈະໄດ້ຫາທາງອອກດ້ານການເງິນທີ່ແທດເໝາະໃຫ້ທ່ານໄດ້.
ຈຸດສໍາຄັນ

ອະນຸດມັດງ່າຍ

ອັດຕາດອກເບ້ຍດີ

ໄລຍະເວລາເງິນກູ້ສູງເຖິງ 10 ປີ

ມີທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ
ຜົນປະໂຫຍດ
- ອັດຕາດອກເບ້ຍດີ
- ໄລຍະເວລາສິນເຊື່ອສູງເຖິງ 10 ປີ (7 ປີ ສໍາລັບ ອຸປະກອນ)
- ການຊໍາລະລາຍເດືອນ
- ມີສໍາລັບສະກຸນເງິນກີບ ແລະ ໂດລາ
ຄຸນສົມບັດ
- ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
- ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
- ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ
ດາວໂຫຼດໃບປິວຂອງສິນເຊື່ອ ສໍາລັບຊື້ຊັບສິນ ແລະ ອຸປະກອນ
ເຄື່ອງມືຄິດໄລ່ສິນເຊື່ອ ສໍາລັບຊື້ຊັບສິນ ແລະ ອຸປະກອນ

ຕາຕະລາງຄິດໄລ່ສິນເຊື່ອຂອງພວກເຮົາແມ່ນໃຊ້ງ່າຍ ແລະ ມີຈຸດປະສົງເພື່ອຊ່ວຍໃຫ້ທ່ານຄິດໄລ່ການຜ່ອນຊຳລະແບບລາຍເດືອນໄດ້ດ້ວຍຕົວເອງ. ພຽງແຕ່ທ່ານຕື່ມຂໍ້ມູນທີ່ກ່ຽວຂ້ອງກັບແຜນການຂອງທ່ານໃສ່ໃນຕາຕະລາງ, ຫລັງຈາກນັ້ນລະບົບຈະຄິດໄລ່ຈຳນວນການຜ່ອນຊຳລະແບບລາຍເດືອນຄ້າວໆໃຫ້ທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- ເລືອກໄລຍະເວລາສິນເຊື່ອ
ຕາຕະລາງຄິດໄລ່ສິນເຊື່ອແມ່ນນຳໃຊ້ເພື່ອເປັນການໃຫ້ຂໍ້ມູນຢ່າງດຽວ. ບໍ່ສາມາດນໍາໃຊ້ເພື່ອເປັນການອ້າງອີງຂໍ້ສະເໜີສິນເຊື່ອຕົວຈິງ ແລະ ບໍ່ສາມາດນໍາໃຊ້ໃນທາງດ້ານກົດໝາຍໄດ້. ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ຫາພະນັກງານຝ່າຍຂາຍ ຫລື ທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.