

ຮັບຜົນປະໂຫຍດທີ່ເໜືອກວ່າດ້ວຍແພັກເກັດ SME ພຣັດ
ແພັກເກັດ SME ພຣັດ ແມ່ນການປະສົມປະສານຢ່າງລົງຕົວລະຫວ່າງຜະລິດຕະພັນ ແລະ ການບໍລິການ ສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ມາພ້ອມກັບການແກ້ໄຂບັນຫາໃນການຊຳລະເງິນ ແລະ ການບໍລິການບັນດາຮ້ານຄ້າຫຼາຍຮູບແບບ. ແພັກເກັດນີ້ ລວມມີບັດ ວີຊ້າ ເດບິດ ສາກັນ, ເຄື່ອງຮູດບັດ ແລະ ປ້າຍ QR Code ເຊິ່ງມີໄວ້ໃນແພັກດຽວເພື່ອເພີ່ມຄວາມສະດວກສະບາຍໃຫ້ແກ່ລູກຄ້າທ່ານ. ພ້ອມກັນນັ້ນ, ທ່ານຍັງໄດ້ຮັບຄ່າທໍານຽມໃນການເຮັດທຸລະກຳຕ່າງໆທີ່ພິເສດ ລວມໄປເຖິງການໂອນເງິນທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ທີ່ສຳຄັນພວກເຮົາຍັງມີພະນັກງານໃຫ້ຄໍາປຶກສາລູກຄ້າສ່ວນຕົວ ທີ່ຈະມາຊ່ວຍຈັດການທຸກຄວາມຕ້ອງການທາງການເງິນຂອງທ່ານໃຫ້ອອກມາດີທີ່ສຸດ.
ຈຸດສໍາຄັນ

ເຄື່ອງຮູດບັດ*
ຂຶ້ນກັບການອະນຸມັດ

ຄ່າທໍານຽມໃນການເຮັດທຸລະກໍາທີ່ຖືກ
ຟຣີ ການເຂົ້າເຖິງທະນາຄານທາງດິຈິຕອນ

ເຂົ້າເຖິງພະນັກງານໃຫ້ຄໍາປຶກສາລູກຄ້າສ່ວນຕົວ
ວິທີການເປີດບັນຊີ
- ຕື່ມຂໍ້ມູນໃນແບບຟອມຂໍເປີດບັນຊີຢ່າງຄົບຖ້ວນ
- ເອກະສານຢືນຢັນຕົວຕົນ (ບັດປະຈຳຕົວ, ໜັງສືຜ່ານແດນ ຫຼື ສຳມະໂນຄົວ)
- ໃບທະບຽນວິສາຫະກິດ ແລະ ຂໍ້ບັງຄັບບໍລິສັດ
- ໃບຢັ້ງຢືນທີ່ຢູ່, ບິນຄ່າໃຊ້ຈ່າຍສາທາລະນຸປະໂພກ ຫຼື ໃບອະນຸຍາດເຮັດວຽກ/ທີ່ພັກອາໄສ
ຜົນປະໂຫຍດ
- ຄ່າທໍານຽມລາຍເດືອນພຽງແຕ່ 50,000 ກີບ ຕໍ່ ເດືອນ
- ຟຣີ ບັນຊີກະແສລາຍວັນ
- ບັດວີຊ້າ ເດບິດ ສາກົນ
- ສາມາດເພີ່ມວົງເງິນໃນການເຮັດທຸລະກໍາ
- ຄ່າທໍານຽມໃນການເຮັດທຸລະກໍາທີ່ຖືກ
- ປ້າຍ QR Code
- ເຂົ້າເຖິງການຝຶກອົບຮົມທາງດ້ານການເງິນ
ຄຸນສົມບັດ
- ທຸລະກິດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍຢູ່ໃນ ສປປ ລາວ
- ລາຍຮັບປະຈໍາປີສູງເຖິງ 500,000 ໂດລາ ຫຼື ທຽບເທົ່າ