ໜ້າຫຼັກ ທະນາຄານສໍາລັບບຸກຄົນ ທະນາຄານທາງດິຈິຕອນ

ທຸກທີ່, ທຸກເວລາ

ຈັດການເງິນຂອງທ່ານຢ່າງສະດວກສະບາຍ ດ້ວຍວິທີທີ່ປອດໄພທີ່ສຸດກັບທະນາຄານດິຈິຕອລຂອງພວກເຮົາທີ່ມີຄວາມປອດໄພລະດັບສາກົນ. ສາມາດເຂົ້າເຖິງໄດ້ຈາກຄອມພິວເຕີ, ແທັບເລັດ ຫຼື ສະມາດໂຟນ, ທະນາຄານດິຈິຕອລຂອງ ທລຝ ມີການອອກແບບທີ່ຊັດເຈນ ແລະ ເຂົ້າໃຈງ່າຍສຳລັບທ່ານໃນການຈັດການດ້ານການເງິນ. ການສະໝັກ ແມ່ນບໍ່ມີຄ່າທຳນຽມ, ທ່ານສາມາດຕິດຕໍ່ພະນັກງານໃຫ້ຄຳປຶກສາຂອງທ່ານ ຫຼື ເຂົ້າໄປທີ່ສາຂາໃກ້ບ້ານທ່ານ.

ພາບລວມບັນຊີຂອງທ່ານ

ທ່ານສາມາດກວດເບິ່ງບັນຊີ ແລະ ດາວໂຫຼດປະຫວັດການເຄື່ອນໄຫວບັນຊີຂອງທ່ານໄດ້ຢ່າງງ່າຍດາຍດ້ວຍປາຍນີ້ວທ່ານ.

ຈັດການດ້ານການເງິນຂອງທ່ານທີ່ງ່າຍດາຍ

ດຳເນີນການໂອນພາຍໃນ ແລະ ຕ່າງປະເທດໄດ້ຢ່າງງ່າຍດາຍດ້ວຍແອັບເທິງມືຖື ຫຼື ຜ່ານທາງອີແບັງຄິ້ງຂອງ ທລຝ ລວມໄປເຖິງການໂອນເງິນຂ້າມທະນາຄານຜ່ານເຄືອຂ່າຍ LAPNET.

ການຊຳລະເງິນທີ່ສະດວກ

ສະແກນ BFL QR code ທີ່ຮ້ານຄ້າເພື່ອຊຳລະຄ່າສິນຄ້າຂອງທ່ານ ຫຼື ຊຳລະຄ່າໃບບິນຕ່າງໆຂອງທ່ານ ຫຼື ຄ່າຮຽນ ຜ່ານທາງແອັບເທິງມືຖື BFL Connect.

ຂັ້ນຕອນທຳອິດສຳລັບສິນເຊື່ອຂອງທ່ານ

ສາມາດສະໝັກສິນເຊື່ອສ່ວນບຸກຄົນ, ສິນເຊື່ອລົດ ແລະ ສິນເຊື່ອເຮືອນໄດ້ແບບງ່າຍດາຍ.