ທາງເລືອກການບໍລິການເພີ່ມຕື່ມ

 

ທລຝ ໄດ້ມີການປັບປູງການບໍລິການທີ່ເໝາະສົມ ສໍາລັບລູກຄ້າບໍລິສັດຂະໜາດໃຫຍ່ ໂດຍການມອບການບໍລິການເງິນເດືອນ ແລະ ທາງເລືອກທີ່ເປັນເອກະລັກພີເສດສໍາລັບປະເທດລາວ ເພື່ອຊ່ວຍໃຫ້ພະນັກງານຂອງບໍລິສັດທ່ານສາມາດກະກຽມຊີວິດ ສໍາລັບກະສຽນບໍານານ.

ບໍລິການບັນຊີເງິນເດືອນພະນັກງານ

ເພື່ອການດຳເນີນງານທີ່ໄວຍິ່ງຂຶ້ນ

 

ພວກເຮົາຂໍສະເໜີວິທີການທີ່ຈະຫຼຸດຂັ້ນຕອນການໃຫ້ເງິນເດືອນພະນັກງານຂອງບໍລິສັດໃຫ້ໄວ ແລະ ສະດວກຫຼາຍຂຶ້ນຕັ້ງແຕ່ການເປີດບັນຊີຈົນໄປເຖິງການອອກເງິນເດືອນດ້ວຍ ບັນຊີເງິນເດືອນພະນັກງານຈາກ ທລຝ.

 

ການນໍາໃຊ້ບໍລິການບັນຊີເງິນເດືອນສາມາດເຮັດໃຫ້ພະນັກງານຂອງທ່ານແຕ່ລະຄົນເຂົ້າເຖິງຜະລິດຕະພັນຂອງທະນາຄານ ແລະ ການເງິນປະຈໍາວັນ ດ້ວຍການເຮັດທຸລະກໍາທີ່ມີຄ່າບໍລິການທີ່ເໝາະສົມ ແລະ ສາມາດໃຊ້ງານຢ່າງງ່າຍດາຍ.

  • ຫຼຸດເວລາດຳເນີນງານການອອກເງິນເດືອນໃຫ້ພະນັກງານ
  • ຈ່າຍເງິນໄວ ແລະ ຕົງເວລາ
  • ສາມາດກວດສອບການເງິນໄດ້ຢ່າງງ່າຍດາຍ

Smart Plan

ມາວາງແຜນການອອມເງິນຂອງບໍລິສັດກັບ ທລຝ

 

SMART Plan ແມ່ນເຄື່ອງມືໜຶ່ງທີ່ມີປະສິດທິພາບ ສໍາລັບນະໂຍບາຍ ແລະ ເສດຖະກິດ, ທີ່ສາມາດເປັນສິ່ງທີ່ສ້າງແຮງຈູງໃຈ ແລະ ຊ່ວຍໃນການອອມເງິນໃຫ່ກັບພະນັກງານຂອງທ່ານ.

 

SMART Plan ຈະຊ່ວຍໃຫ້ພະນັກງານຂອງທ່ານມີລາຍຮັບເພີ່ມຊ່ວງກະສຽນບໍານານ.

 

ມັນຊ່ວຍໃຫ້ພະນັກງານຂອງທ່ານມີເງິນອອມເງິນໄລຍະຍາວ ນັ້ນເປັນເງື່ອນໄຂທີ່ພະນັກງານຂອງທີ່ຈະໄດ້ຮັບຜົນປະໂຫຍດສູງສຸດ.

 

ຂໍ້ມູນລາຍລະອຽດເພີ່ມຕື່ມ, ກະລູນາຕິດຕໍ່ຫາພະນັກງານໃຫ້ຄໍາປຶກສາສ່ວນຕົວຂອງທ່ານ.

ເພື່ອຮຽນຮູ້ເພີ່ມຕື່ມ