ພວກເຮົາໃຫ້ການສະໜັບສະໜູນທີ່ສາມາດກຳນົດເອງໄດ້ສຳລັບທຸກບໍລິສັດ

 

ທລຝ ຈະມີພະນັກງານໃຫ້ຄຳປຶກສາທີ່ມີຄວາມຊ່ຽວຊານສະເພາະດ້ານໃຫ້ບໍລິການແຕ່ລະລູກຄ້າບໍລິສັດຂະໜາດໃຫຍ່. ທະນາຄານມີເປົ້າໝາຍ ເພື່ອພັດທະນາທາງເລືອກທາງການເງິນທີ່ເໝາະສົມເພື່ອຮອງຮັບກັບຍຸດທະສາດ, ໂດຍມີມາດຕະຖານປະຕິບັດຕາມກົດລະບຽບທີ່ສູງສຸດ.

Corporate Package

ຖ້າທ່ານເປັນລູກຄ້າທຸລະກິດຂະໜາດໃຫຍ່, ທລຝ ຂໍນຳສະເໜີແພັກເກັດ Corporate ສໍາລັບການເຮັດທຸລະກຳປະຈໍາວັນຂອງທ່ານ ພ້ອມກັບຜະລິດຕະພັນທີ່ອອກແບບມາສະເພາະ ນອກຈາກນີ້ ຍັງມີຜູ້ຊ່ຽວຊານທີ່ມີຄວາມຊໍານານ ເພື່ອໃຫ້ການສະໜັບສະໜູນທາງດ້ານການເງິນໄລຍະຍາວຂອງທ່ານ.

ສິນເຊື່ອ

ທລຝ ມີຜະລິດຕະພັນເງິນກູ້ທີ່ຫຼາກຫຼາຍທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ພ້ອມທັງການໃຫ້ຄຳແນະນຳແກ່ລູກຄ້າ: ເງິນກູ້ໄລຍະສັ້ນ, ເງິນກູ້ໄລຍະຍາວ ແລະ ເງິນກູ້ສຳລັບໂຄງການ.

 

 

 

ທະນາຄານດິຈິຕອນ

ເພື່ອກາຍເປັນທະນາຄານທີ່ບໍ່ມີຂີດຈຳກັດ, ທລຝ ມຸ່ງເນັ້ນທີ່ຈະປັບປຸງ ແລະ ໃຫ້ປະສົບການ eBanking ທີ່ສົມບູນແບບ. ດ້ວຍ​ການ​ບໍ​ລິ​ການ e​Banking​ ຂອງ ທລຝ, ທ່ານ​ສາ​ມາດ​ດໍາ​ເນີນ​ທຸ​ລະ​ກໍາ​ທະ​ນາ​ຄານ​ອິນ​ເຕີ​ເນັດ​ທີ່​ປອດ​ໄພ​ ແລະ ການຊຳລະທາງອອນໄລທຸກ​ປະ​ເພດ​, ຕິດ​ຕາມ​ກວດ​ກາ​ການເຮັດທຸລະກຳ ​ແລະ​ ການ​ບໍ​ລິ​ຫານ​ຈັດການບັນຊີເງິນເດືອນ​.

ການຈັດການເງິນສົດ

ທລຝ ນຳສະເໜີທາງເລືອກການລົງທຶນທີ່ເໝາະສົມ, ມີຄວາມສ່ຽງຕ່ຳ ແລະ ໃຫ້ຜົນຕອບແທນສູງ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານການລົງທຶນໄລຍະສັ້ນ ແລະ ໄລຍະກາງຂອງທ່ານ.

ພວກເຮົາເຮັດວຽກຮ່ວມກັບທ່ານເພື່ອອອກແບບຂໍ້ສະເໜີທີ່ເໝາະສົມກັບຄວາມຕ້ອງການຂອງທ່ານບໍ່ວ່າຈະເປັນທາງເລືອກດ້ານໄລຍະເວລາ, ການຈ່າຍດອກເບ້ຍ ແລະ ການເຂົ້າເຖິງເງິນທຶນ.

ການບໍລິການການຄ້າສາກົນ

ພວກເຮົາສາມາດໃຫ້ບໍລິການສິນເຊື່ອການຄ້າສາກົນທີ່ຫຼາກຫຼາຍ ໂດຍຜ່ານເຄືອຂ່າຍທະນາຄານຂອງພວກເຮົາ: ການໂອນເງິນໄປຕ່າງປະເທດ, ໜັງສືສິນເຊື່ອ (LC), ການຄ້ຳປະກັນການຊຳລະສະສາງໃນນາມລູກຄ້າ ແລະ ການແລກປ່ຽນເງິນຕາຕ່າງປະເທດ.

 

ບໍລິການຕ່າງໆ

ທລຝ ມຸ່ງໝັ້ນທີ່ຈະໃຫ້ບໍລິການທີ່ດີທີ່ສຸດໃຫ້ແກ່ທ່ານເຊິ່ງພວກເຮົາຈະມີທີມງານທີ່ມີຄວາມຊຳນານສະເພາະດ້ານໄວ້ໃຫ້ບໍລິການທ່ານ. ນອກຈາກນີ້, ທລຝ ຍັງໄດ້ກຳລັງພັດທະນາທາງດ້ານນະວັດຕະກຳໃໝ່.