ວຽກງານ

ບັນລຸຄວາມຕ້ອງການຂອງທ່ານ

ທລຝ ມີຄວາມຫລາກຫລາຍທາງດ້ານສາຍອາຊີບເຊັ່ນ: ຝ່າຍຂາຍ, ຝ່າຍກົດໝາຍ, ຝ່າຍຄວບຄຸມ, ຝ່າຍໄອທີ, ຝ່າຍຜະລິດຕະພັນ ແລະ ການບໍລິການດ້ານການທະນາຄານ. ພວກເຮົາກຳລັງຊອກຫາເພື່ອນຮ່ວມງານທີ່ຈະມາຊ່ວຍເພື່ອຂະຫຍາຍກິດຈະການຂອງພວກເຮົາ: ມາຮ່ວມເປັນສ່ວນໜຶ່ງຂອງທີມງານທີ່ມີປະສິດທິພາບ ແລະ ຢູ່ໃນສະພາບແວດລ້ອມທີ່ສະໜັບສະໜຸນການເຕີບໂຕ. ທ່ານສາມາດເບິ່ງຕຳແໜ່ງຫວ່າງຂອງພວກເຮົາໄດ້!

ການບໍລິຫານຈັດການອາຊີບສ່ວນບຸກຄົນ

 

ໃນການເຮັດວຽກທີ່ ທລຝ ທ່ານຈະໄດ້ຮັບໂອກາດໃນການພັດທະນາເສັ້ນທາງການເຮັດວຽກທີ່ສົມບູນແບບ ຈາກການສະໜັບສະໜູນຕ່າງໆເພື່ອມອບໂອກາດທີ່ດີສຳລັບການພັດທະນາວິຊາຊີບ ແລະ ຄວາມກ້າວໜ້າຂອງທ່ານ.

ເນື່ອງຈາກທຸກໆຄົນມີເສັ້ນທາງການເຮັດວຽກທີ່ແຕກຕ່າງກັນ, ພວກເຮົາຈຶ່ງມີພະນັກງານດ້ານຊັບພະຍາກອນມະນຸດທີ່ຊຳນານເພື່ອຊ່ວຍເຫລືອ ແລະ ພັດທະນາຄວາມກ້າວໜ້າໃຫ້ທຸກຄົນໃນຂະນະທີ່ເຮັດວຽກກັບ ທລຝ, ທີມງານຂອງພວກເຮົາຍິນດີ ແລະ ພ້ອມທີ່ຈະສະໜັບສະໜູນທ່ານໃນການ:

  • ປັບປ່ຽນຄວາມມຸ່ງຫວັງ ແລະ ຄວາມສາມາດຂອງທ່ານໃຫ້ກ້າວຕໍ່ໄປ
  • ເພີ່ມທັກສະຄວາມສາມາດຂອງທ່ານດ້ວຍການຮັບປະສົບການໃໝ່
  • ໃຫ້ທ່ານມີວິວັດທະນາການຢ່າງວ່ອງໄວ ແລະ ມີຄວາມຮັບຜິດຊອບຫລາຍຂຶ້ນ
ສົ່ງເສີມໂອກາດທີ່ເທົ່າທຽມກັນ

ທີ່ ທລຝ, ພວກເຮົາຈະເນັ້ນໜັກເຖິງການພັດທະນາທັກສະ ແລະ ຄວາມຮູ້ຂອງທ່ານ. ນອກຈາກນີ້ການຈັດການດ້ານຕຳແໜ່ງຕ່າງໆກໍຈະມີຄວາມເໝີພາບກັນລະຫວ່າງເພດຍິງ ແລະ ເພດຊາຍ.

ເປັນຫລາຍກວ່າທະນາຄານ

ໄດ້ຮັບຄວາມຊ່ວຍເຫລືອເກື້ອກູນຈາກທີມບໍລິຫານ, ສະພາບແວດລ້ອມການເຮັດວຽກທີ່ເປັນສາກົນ, ສຸມໃສ່ການສ້າງສາຍສຳພັນທີ່ແໜ້ນແກ່ນລະຫວ່າງພະນັກງານໃນອົງກອນ ແລະ ທີ່ສຳຄັນມີໜ່ວຍບໍລິການ ແລະ ສຳນັກງານໃຫຍ່ທີ່ໃຫມ່.

ເຕີບໂຕໄປພ້ອມໆກັນ

ລາຍຮັບສ່ວນໜຶ່ງຂອງທະນາຄານຈະຖືກຈັດສັນເພື່ອການພັດທະນາພະນັກງານ, ກິດຈະກຳຕ່າງໆ, ການຝຶກອົບຮົບ ແລະ ໂຄງການພັດທະນາຄວາມເປັນຜູ້ນໍາ.

ຕໍາແໜ່ງວ່າງ!

ຕໍາແໜ່ງ ປິດຮັບສະໝັກ ສະຖານທີ່ ລາຍລະອຽດເພີ່ມຕື່ມ
Risk and Internal Control Manager 22-03-2024 Vientiane HQ
ຕໍາແໜ່ງ ປິດຮັບສະໝັກ ສະຖານທີ່ ລາຍລະອຽດເພີ່ມຕື່ມ
Compliance Manager 22-03-2024 Vientiane HQ

ທ່ານຕ້ອງຮຽນຮູ້ຂໍ້ມູນເພີ່ມຕື່ມກ່ຽວກັບ ວຽກງານຂອງພວກເຮົາບໍ?

ກະລຸນາຝາກຂໍ້ຄວາມໄວ້ຂ້າງລຸ່ມນີ້, ທີມງານຂອງພວກເຮົາຈະຕິດຕໍ່ຫາທ່ານໃນໄວໆນີ້