ໜ້າຫຼັກ ທະນາຄານສໍາລັບບຸກຄົນ ເງິນຝາກ ບັນຊີ ສະສົມທຶນເພື່ອອະນາຄົດ

ກຽມພ້ອມ ສໍາລັບອະນາຄົດດ້ວຍບັນຊີ ສະສົມທຶນເພື່ອອະນາຄົດ

ອອມເງິນເປັນປະຈໍາດ້ວຍບັນຊີ ສະສົມທຶນເພື່ອອະນາຄົດ. ບັນຊີ ສະສົມທຶນເພື່ອອະນາຄົດ ເປັນວິທີທີ່ເໝາະສົມໃນການອອມເງິນທຸກເດືອນ ໂດຍບໍ່ຈໍາເປັນຕ້ອງໃຊ້ງົບປະມານຂອງທ່ານເປັນໄລຍະເວລາເຖິງ 10 ປີ ທີ່ເໝາະກັບເປົ້າໝາຍການອອມເງິນໃນໄລຍະກາງ ແລະ ຍາວ. ອັດຕາດອກເບ້ຍຈະໄດ້ຖືກຄໍານວນເປັນລາຍວັນ ແລະ ທ່ານຈະໄດ້ຮັບບເມື່ອຄົບກໍານົດເງິນຝາກ. ຍິ່ງທ່ານອອມເງິນຫຼາຍເທົ່າໃດ ທ່ານກໍ່ຈະໄດ້ຮັບດອກເບ້ຍຫຼາຍເທົ່ານັ້ນ, ທ່ານສາມາດເລືອກສະກຸນເງິນ ແລະ ໄລຍະເວລາທີ່ກົງກັບຄວາມຕ້ອງການຂອງທ່ານ. ບັນຊີ ສະສົມທຶນເພື່ອອະນາຄົດ ເປັນວິທີທີ່ເໝາະສົມ ສໍາລັບການກຽມຄວາມພ້ອມໃນອະນາຄົດຂອງທ່ານ, ລູກຫຼານທ່ານ ຫຼື ການແບ່ງສ່ວນເງິນໄວ້ ເພື່ອແຜນໃນອະນາຄົດຂອງທ່ານ.

ຈຸດເດັ່ນ

4 - high fixed rates

ອັດຕາດອກເບ້ຍຄົງທີ່ສູງ

Choose amounts

ສາມາດເລືອກວົງເງິນ

4 - term options to choose among

ສາມາດເລືອກໄລຍະເວລາ

4 - currencies options

ມີຫຼາຍສະກຸນເງິນໃຫ້ເລືອກ

ຜົນປະໂຫຍດ

  • ເຊື່ອມຕໍ່ກັບບັນຊີ ເງີນຝາກກະແສລາຍວັນ
  • ບໍ່ມີຄ່າທໍານຽມໃນການເປີດບັນຊີ, ຄ່າທໍານຽມການບໍາລຸງຮັກສາບັນຊີ ແລະ ຄ່າທໍານຽມການປິດບັນຊີ
  • ມີສະກຸນເງິນ: ກີບ, ໂດລາ & ບາດ
  • ໂອນເງິນປະຈໍາເດືອນແບບອັດຕະໂນມັດ
  • ບໍ່ມີວົງເງິນສູງສຸດ
  • ວົງເງິນຕໍ່າສູດປະຈໍາເດືອນ: 40,000 ກີບ / 500 ໂດລາ / 200 ບາດ
  • ເງິນຝາກຂອງທ່ານຈະຖືກລັອກໄວ້ໃນ 30, 60 ຫຼື 120 ເດືອນ
  • ມີການຄໍານວນອັດຕາດອກເບ້ຍປະຈໍາວັນ ແລະ ຖືກຊໍາລະໃນວັນທີຄົບກໍານົດຂອງສັນຍາ
  • ບໍ່ມີການຊໍາລະເງິນໃດໆເພີ່ມຕື່ມ
  • ມີຄວາມເປັນໄປໄດ້ທີ່ຈະຍົກເລີກບັນຊີ ສະສົມທຶນເພື່ອອະນາຄົດ ໂດຍບໍ່ມີການປັບໄໝ ແຕ່ຈະມີການປັບປ່ຽນອັດຕາດອກເບ້ຍເປັນອັດຕາດອກເບ້ຍເງິນຝາກປະຢັດ

ວິທີການເປີດບັນຊີ

  • ບຸກຄົນທີ່ບັນລຸນິຕິພາວະຖືກຕ້ອງຕາມກົດໝາຍ ແລະ ມີແພັກເກັດໃດໜຶ່ງກັບ ທລຝ ແມ່ນມີສິດເປີດບັນຊີ ສະສົມທຶນເພື່ອອະນາຄົດ
  • ເອກະສານສະແດງຕົວຕົນ, ທີ່ຢູ່ອາໄສ ແລະ ລາຍຮັບທີ່ບໍ່ໝົດອາຍຸ

ເພື່ອຮຽນຮູ້ເພີ່ມຕື່ມ

ອັດຕາດອກເບ້ຍເງິນຝາກ

ຂໍ້ມູນທີ່ສໍາຄັນ
ເງື່ອນໄຂ ແລະ ຂໍ້ກໍານົດໃນການປ່ຽນແປງຂຶ້ນຢູ່ກັບການຕັດສິນໃຈຂອງທະນາຄານພຽງຜູ້ດຽວ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ລູກຄ້າຮັບຮູ້ລ່ວງໜ້າ. ຂໍ້ມູນທີ່ຢູ່ໃນເວັບໄຊນ໌ນີ້ ສ້າງຂຶ້ນ ເພື່ອຈຸດປະສົງໃນການໃຫ້ຂໍ້ມູນເທົ່ານັ້ນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າມາພົວພັນໄດ້ທີ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ ຫຼື ຕິດຕໍ່ພວກເຮົາໄດ້ທີ່ contact@bfl.la ຫຼື ໂທຫາພວກເຮົາໄດ້ທີ່ເບີ 021 285 444.