

ເງິນຝາກມີກຳນົດ: ການອອມເງິນທີ່ໜ້າສົນໃຈທີ່ສຸດ
ເງິນຝາກມີກໍານົດ ແມ່ນບັນຊີທີ່ເຮັດໃຫ້ທ່ານສາມາດອອມເງິນໃນຮູບແບບການລົງທຶນທີີ່ມີຄວາມປອດໄພ. ອັດຕາດອກເບ້ຍ ແມ່ນສາມາດຮູ້ຈັກໃນເວລາທີ່ເປີດບັນຊີ ແລະ ຖືກຮັບປະກັນຕະຫຼອດໄລຍະເວລາຂອງການອອມເງິນ. ເລືອກສະກຸນເງິນທີ່ເໝາະສົມກັບທ່ານ: ກີບ, ໂດລາ, ບາດ ຫຼື ເອີໂຣ; ທ່ານສາມາດເລືອກໄລຍະເວລາຂອງການອອມເງິນຂອງທ່ານ ຈາກ 3 ເດືອນ ເຖິງ 3 ປີ ແລະ ຍັງສາມາດເລືອກປະເພດຂອງການຮັບດອກເບ້ຍຂອງທ່ານບໍ່ວ່າຈະເປັນ ການຮັບດອກເບ້ຍລ່ວງໜ້າ, ປະຈໍາເດືອນ ຫຼື ເມື່ອຄົບກຳນົດ. ເງິນຝາກມີກໍານົດ ແມ່ນເໝາະສົມສໍາລັບການອອມເງິນໄລຍະສັ້ນ ຫຼື ໄລຍະກາງ. ນອກຈາກນີ້, ທ່ານຍັງສາມາດເຂົ້າເຖິງຜະລິດຕະພັນສິນເຊື່ອຄໍ້າດ້ວຍເງິນສົດຕື່ມອີກ.
ຈຸດເດັ່ນ

ອັດຕາດອກເບ້ຍທີ່ເໝາະສົມ

ເລືອກຮັບດອກເບ້ຍໄດ້ເຖິງ 3 ຮູບແບບ

ສາມາດເປັນບັນຊີເງິນຝາກມີກໍານົດແບບອອນໄລນ໌

ເຂົ້າເຖິງເງິນສໍາຮອງດ້ວຍ ສິເຊື່ອຄໍ້າດ້ວຍເງິນສົດ
ຜົນປະໂຫຍດ
- ເຊື່ອມຕໍ່ກັບບັນຊີ ເງີນຝາກກະແສລາຍວັນ
- ເປີດບັນຊີເງິນຝາກມີກໍານົດຢ່າງງ່າຍດາຍດ້ວຍ BFL Connect ຫຼື ອີແບັງຄິ້ງ
- ບໍ່ມີຄ່າທໍານຽມໃນການເປີດບັນຊີ
- ມີທັງສະກຸນເງິນກີບ ແລະ ຕ່າງປະເທດ
- ວົງເງິນຂິ້ນຕໍ່າໃນການເປີດບັນຊີ: 5,000,000 ກີບ / 1,500 ໂດລາ / 50,000 ບາດ / 1,500 ເອີໂຣ
- ບໍ່ຈໍາກັດວົງເງິນຝາກສູງສຸດ (ອັດຕາດອກເບ້ຍຂຶ້ນກັບຈໍານວນເງິນ)
- ເງິນຝາກຈະບໍ່ສາມາດຖອນໄດ້ຈົນກວ່າຄົບສັນຍາ: 3/6/12/24/36 ເດືອນ
- ສາມາດເລືອກຮັບດອກເບ້ຍ: ລ່ວງໜ້າ, ປະຈໍາເດືອນ ຫຼື ເມື່ອຄົບກຳນົດ
- ທ່ານສາມາດຍົກເລີກບັນຊີ ເງິນຝາກມີກໍານົດ ກ່ອນກໍານົດໄດ້ໂດຍມີຄ່າທໍານຽມ ແລະ ຈະມີປັບປ່ຽນອັດຕາດອກເບ້ຍເປັນອັດຕາດອກເບ້ຍເງິນຝາກປະຢັດ
ວິທີການເປີດບັນຊີ
- ບຸກຄົນທີ່ບັນລຸນິຕິພາວະຖືກຕ້ອງຕາມກົດໝາຍ ແລະ ມີແພັກເກັດໃດໜຶ່ງກັບ ທລຝ ແມ່ນມີສິດເປີດບັນຊີເງິນຝາກມີກໍານົດ
- ເອກະສານສະແດງຕົວຕົນ, ທີ່ຢູ່ອາໄສ ແລະ ລາຍຮັບທີ່ບໍ່ໝົດອາຍຸ