ກ່ຽວກັບທະນາຄານ ລາວ-ຝຣັ່ງ
ທລຝ (ທະນາຄານ ລາວ-ຝຣັ່ງ) ໄດ້ສ້າງຕັ້ງຂຶ້ນໃນປີ 2010 ແລະ ເປັນທະນາຄານຮ່ວມທຶນລະຫວ່າງ ທະນາຄານ BRED ແລະ ທະນາຄານ ທຄຕລ. ມີສໍານັກງານໃຫຍ່ຢູ່ໃນນະຄອນຫຼວງວຽງຈັນ, ພ້ອມທັງໃຫ້ບໍລິການລູກຄ້າສ່ວນບຸກຄົນ ແລະ ທຸລະກິດຂະໜາດໃຫຍ່ກວ່າ 10,000 ຄົນໃນສູນກາງເສດຖະກິດຕົ້ນຕໍຂອງປະເທດ ແລະ ຜ່ານເຄືອຂ່າຍທັງ 11 ຫນ່ວຍບໍລິການ.
ທຸລະກິດຫຼັກຂອງພວກເຮົາຄື ການບໍລິການດ້ານການທະນາຄານ, ນຳສະເໜີຜະລິດຕະພັນທາງດ້ານການເງິນ, ການທະນາຄານປະຈຳວັນໃນຕະຫລາດລາວ ແລະ ການບໍລິການທາງດ້ານການເງິນທີ່ຫຼາກຫຼາຍຂອງລູກຄ້າທຸລະກິດ. ຜະລິດຕະພັນ ແລະ ບໍລິການຂອງທລຝ ລວມມີບັນດາການທະນາຄານປະຈຳວັນປະເພດຕ່າງໆ, ລາຄາການດຳເນີນທຸລະກຳທີ່ໜ້າສົນໃຈ, ຜະລິດຕະພັນທາງດິຈິຕອນ ແລະ ຜູ້ຈັດການຝ່າຍປະຊາສຳພັນລູກຄ້າສຳລັບແຕ່ລະລູກຄ້າ.
ຂໍ້ຄວາມຈາກ ຜູ້ອຳນວຍການ ທະນາຄານ ລາວ-ຝຣັ່ງ, ທ່ານ ສະເຕຟານ ອຽກແບັງ:
ພວກເຮົາໄດ້ຮັບເລືອກວ່າເປັນທະນາຄານເພື່ອທຸລະກິດຂະໜາດນ້ອຍ ແລະ ກາງທີ່ດີທີ່ສຸດມາເປັນເວລາຫຼາຍປີ ແລະ ໄດ້ມີການຈັດຝຶກອົບຮົມກ່ຽວກັບ “ການເຂົ້າເຖິງແຫຼ່ງເງິນທຶນ” ເປັນປະຈຳຢູ່ສະເໝີເຊິ່ງຖືວ່າເປັນສ່ວນໜຶ່ງຂອງໂຄງການທະນາຄານສຳລັບແມ່ຍິງ, ທີ່ຕັ້ງຂຶ້ນເພື່ອຊ່ວຍຜູ້ປະກອບການແມ່ຍິງລາວ ແລະ ໄວໜຸ່ມຍິງລາວໃຫ້ມີທັກສະ ແລະ ຮູ້ວິທີການສ້າງແຜນທຸລະກິດ, ເພື່ອໃຫ້ມີໂອກາດໄດ້ຮັບເລືອກເວລາຂໍສິນເຊື່ອ, ແລະອື່ນໆ.
ນະວັດຕະກໍາໃຫມ່ໆ, ຈິດວິນຍານນັກທຸລະກິດ ແລະ ການມີສ່ວນຮ່ວມໃນສັງຄົມແມ່ນຫົວໃຈຫລັກຂອງພາລະກິດພວກເຮົາ!”
ພະນັກງານ
NBI
ຕື້ ກີບ
ລາຍຮັບສຸດທິ
ຕື້ ກີບ

ພາລະກິດຂອງພວກເຮົາ
ໃນຖານະເປັນທະນາຄານໃນເຄືອຂອງກຸ່ມ BRED, ພວກເຮົາສະໜັບສະໜູນຜູ້ປະກອບການ ແລະ ເຊື່ອໝັ້ນວ່າພາລະກິດຂອງເຮົາຄືການມີສ່ວນຮ່ວມໃນການພັດທະນາທ້ອງຖິ່ນແບບຍືນຍົງຢູ່ໃນ ສປປ ລາວ.
ພວກເຮົາຈະຄຳນຶງເຖິງຄວາມສົນໃຈຂອງລູກຄ້າເປັນຫຼັກ ແລະ ຮັກສາຄວາມສຳພັນທີ່ດີກັບພວກເຂົາ. ດ້ວຍການເຂົ້າໃຈພວກເຂົາ ຈຶ່ງສາມາດຕິດຕາມທຸກໆໂຄງການເຄື່ອນໄຫວຂອງທຸລະກິດພວກເຂົາ.
ທລຝ ແມ່ນເປັນສ່ວນໜຶ່ງຂອງກຸ່ມ BRED
BRED ແມ່ນກຸ່ມທະນາຄານທີ່ມີການສະໜັບສະໜູນໂດຍສະມາຊິກ 200,000 ຄົນ. ຜະລິດຕະພັນ ແລະ ການບໍລິການແມ່ນປະກອບມີການທະນາຄານປະຈຳວັນ, ການຈັດການຊັບສິນ, ການປະກັນໄພ, ຮຸ້ນ, ການລົງທຶນ ແລະ ການແລກປ່ຽນເງິນຕາຕ່າງປະເທດ. BRED Banque Populaire ແມ່ນສ້າງຕັ້ງຂຶ້ນໃນພາກພື້ນປາຣີ ແລະ ໃນອານາເຂດການລວບລວມຂອງຝຣັ່ງຢູ່ຕ່າງປະເທດ. ໃນລະດັບສາກົນ, BRED ແມ່ນຈະມີທີ່ຕັ້ງຢູ່ເຂດພູຂອງອາຟຣິກາ (ຈິບູຕີ), ອາຊີຕາເວັນອອກສຽງໃຕ້ (ກຳປູເຈຍ ແລະ ລາວ) ແລະ ພາກພື້ນປາຊີຟິກ (ນິວ ກາເລໂດເນຍ, ວານົວຕູ ແລະ ເກາະ ຟີຈິ).


ກ່ຽວກັບ BPCE
ທລຝ ເປັນທະນາຄານໃນເຄືອຂອງ BRED Banque Populaire ແລະ ເປັນສ່ວນໜຶ່ງຂອງ BPCE, ເຊິ່ງເປັນກຸ່ມທະນາຄານທີ່ໃຫຍ່ເປັນອັນດັບສອງໃນຝຣັ່ງ. ມີພະນັກງານ 100,000 ຄົນ, ໃຫ້ບໍລິການລູກຄ້າ 36 ລ້ານຄົນໃນທົ່ວໂລກ, ປະກອບມີລູກຄ້າສ່ວນບຸກຄົນ, ທຸລະກິດ, ນັກລົງທຶນ ແລະ ໜ່ວຍງານທ້ອງຖິ່ນ. ກຸ່ມດັ່ງກ່າວດຳເນີນງານໃນດ້ານການທະນາຄານ ແລະ ການປະກັນໄພ, ໂດຍນຳໃຊ້ທ່າແຮງຂອງສອງເຄືອຂ່າຍຂະໜາດໃຫຍ່ຂອງຕົນ.
ການຈັດລະດັບເປັນ A/A1* ແລະ ບັງຄັບໃຊ້ມາດຕະຖານສາກົນສູງສຸດໃນດ້ານຄວາມປອດໄພ.
*ການຈັດອັນດັບມາດຕະຖານ ອັບເດດໃນວັນທີ 3 ທັນວາ 2021