

ບາດກ້າວທໍາອິດ ສໍາລັບການອອມເງິນ
ການອອມເງິນທີ່ສາມາດປັບປ່ຽນໄດ້ດ້ວຍການຝາກ ແລະ ຖອນແບບບໍ່ຈໍາກັດ. ບັນຊີ ເງິນຝາກປະຢັດເປີດໂອກາດໃຫ້ທ່ານໄດ້ຮັບດອກເບ້ຍຈາກຈໍານວນເງິນທີ່ທ່ານຝາກໄວ້. ດອກເບ້ຍຈະຄິດໄລ່ທຸກທ້າຍມື້ ແລະ ຈະຈ່າຍເຂົ້າບັນຊີຂອງທ່ານທຸກໄຕມາດ. ທ່ານສາມາດເລືອກສະກຸນເງິນທີ່ເໝາະສົມສໍາລັບທ່ານ ແລະ ສາມາດເຂົ້າເຖິງບັນຊີຂອງທ່ານໄດ້ຕະຫຼອດເວລາ.
ຈຸດເດັ່ນ

ເກັບເງິນອອມຂອງທ່ານຢ່າງປອດໄພ

ບັນຊີທີ່ສາມາດນໍາໃຊ້ໄດ້ຕະຫຼອດເວລາ

ບັນຊີທີ່ມີສໍາລັບສະກຸນເງິນ ກີບ, ໂດລາ, ບາດ ແລະ ເອີໂຣ

ບໍ່ມີຂໍ້ຈໍາກັດໃນການຝາກເງິນ
ຜົນປະໂຫຍດ
ການເປີດບັນຊີເງິນຝາກປະຢັດ ແມ່ນຈະບໍ່ມີຄ່າໃຊ້ຈ່າຍ ແລະ ບໍ່ມີຄວາມສ່ຽງໃດໆ ເຊິ່ງຈະມີຂໍ້ດີທີ່ຫຼາກຫຼາຍດັ່ງລຸ່ມນີ້:
- ເປັນການລົງທຶນທີ່ມີປອດໄພ
- ບໍ່ມີທຸລະກໍາໃດໆທີ່ຈະເຮັດໃຫ້ບັນຊີ ເງິນຝາກປະຢັດຂອງທ່ານຕິດລົບ
- ທ່ານສາມາດຝາກ ແລະ ຖອນເງິນແບບບໍ່ຈໍາກັດ
- ບໍ່ມີກໍານົດເວລາ, ບັນຊີ ເງິນຝາກປະຢັດຂອງ ທລຝ ສາມາດເກັບໄວ້ໄດ້ຕະຫຼອດ
- ບໍ່ມີການກໍານົດວົງເງິນຝາກ ແລະ ຖອນຂອງເງິນຝາກປະຢັດ: ເງິນທີ່ອອມ ແມ່ນສາມາດໃຊ້ໄດ້ຕະຫຼອດເວລາ ແລະ ທ່ານສາມາດຖອນເງິນທັງໝົດ ຫຼື ບາງສ່ວນຂອງເງິນຝາກຂອງທ່ານໄດ້ໃນເວລາທີ່ທ່ານຕ້ອງການ
- ດອກເບ້ຍຈະຄິດໄລ່ທຸກທ້າຍມື້ ແລະ ຈະຈ່າຍເຂົ້າບັນຊີຂອງທ່ານທຸກໄຕມາດ
- ມີທັງສະກຸນເງິນກີບ ແລະ ຕ່າງປະເທດ
ວິທີການເປີດບັນຊີ
- ບຸກຄົນທີ່ບັນລຸນິຕິພາວະຖືກຕ້ອງຕາມກົດໝາຍ ແລະ ມີແພັກເກັດໃດໜຶ່ງກັບ ທລຝ ແມ່ນມີສິດເປີດບັນຊີເງິນຝາກປະຢັດ
- ເອກະສານສະແດງຕົວຕົນ, ທີ່ຢູ່ອາໄສ ແລະ ລາຍຮັບທີ່ບໍ່ໝົດອາຍຸ
ເພື່ອຮຽນຮູ້ເພີ່ມຕື່ມ
ດາວໂຫຼດອັດຕາດອກເບ້ຍເງິນຝາກສະບັບລ່າສຸດ
ຂໍ້ມູນທີ່ສໍາຄັນ
ເງື່ອນໄຂ ແລະ ຂໍ້ກໍານົດໃນການປ່ຽນແປງຂຶ້ນຢູ່ກັບການຕັດສິນໃຈຂອງທະນາຄານພຽງຜູ້ດຽວ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ລູກຄ້າຮັບຮູ້ລ່ວງໜ້າ. ຂໍ້ມູນທີ່ຢູ່ໃນເວັບໄຊນ໌ນີ້ ສ້າງຂຶ້ນ ເພື່ອຈຸດປະສົງໃນການໃຫ້ຂໍ້ມູນເທົ່ານັ້ນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າມາພົວພັນໄດ້ທີ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ ຫຼື ຕິດຕໍ່ພວກເຮົາໄດ້ທີ່ contact@bfl.la ຫຼື ໂທຫາພວກເຮົາໄດ້ທີ່ເບີ 021 285 444.