ເຕີບໃຫຍ່ໄປພ້ອມກັນ ກັບ ທລຝ! - ງານປະຊຸມພາຍໃນປະຈຳປີ 2023

ໃນວັນທີ 1 ມີນາ 2023 ທີ່ຜ່ານມາ, ທະນາຄານ ລາວ-ຝຣັ່ງ ໄດ້ຈັດ "ງານປະຊຸມພາຍໃນປະຈຳປີ 2023" ໂດຍໄດ້ຮັບກຽດເຂົ້າຮ່ວມພິເສດຈາກ ທ່ານ ໂອລີວີເອ ແຄຣັງ, ຜູ້ອຳນວຍການໃຫຍ່ຂອງກຸ່ມ ເບຣດ ຂອງພວກເຮົາ.

ໃນໂອກາດນີ້ ທ່ານ ສະເຕຟານ ອຽກແບັງ, ຜູ້ອຳນວຍການ ທະນາຄານ ລາວ-ຝຣັ່ງ ພ້ອມກັບບັນດາຫົວໜ້າພະແນກການເງິນ, ພະແນກຝ່າຍຂາຍລູກຄ້າ ສ່ວນບຸກຄົນ ແລະ ພະແນກຝ່າຍຂາຍກຸ່ມລູກຄ້າບໍລິສັດ ແລະ ສະຖາບັນ ກໍ່ໄດ້ຂຶ້ນກ່າວສະຫຼຸບຜົນງານຂອງປີທີ່ຜ່ານມາ ແລະ ໄດ້ວາງແຜນສຳລັບປີ 2023. ພ້ອມດຽວກັນນັ້ນ, ທ່ານ ໂອລີວີເອ ແຄຣັງ, ຜູ້ອຳນວຍການໃຫຍ່ຂອງກຸ່ມ ເບຣດ ກໍ່ໄດ້ຖືໂອກາດຂຶ້ນແບ່ງປັນຜົນການດຳເນີນງານ ແລະ ແນວທາງແຜນງານຂອງກຸ່ມ ເບຣດ ເພື່ອໃຫ້ການດຳເນີນງານຂອງ ທລຝ ໄປໃນທິດທາງດຽວກັນ ແລະ ພ້ອມທີ່ຈະເຕີບໃຫຍ່ໄປພ້ອມກັບ.


ນອກຈາກນີ້, ກໍ່ຍັງມີການມອບລາງວັນໃຫ້ແກ່ພະນັກງານທີ່ເຮັດຜົນງານດີເດັ່ນປະຈຳປີ 2022 ອີກດ້ວຍ.ທະນາຄານ ລາວ-ຝຣັ່ງ ບໍ່ສາມາດເຕີບໂຕໄດ້ຈາກຄວາມພະຍາຍາມຂອງພະນັກງານພຽງຄົນດຽວແຕ່ເປັນຈາກຄວາມຊ່ວຍເຫຼືອ ແລະ ແຮງສະໜັບສະໜຸນຂອງພະນັກງານທຸກໆຄົນ. ຂໍຂອບໃຈກັບພະນັກງານ ທລຝ ທຸກຄົນ ທີ່ປະກອບສ່ວນດ້ວຍຄວາມຕັ້ງໃຈ ແລະ ເຮັດວຽກຫນັກເພື່ອສະຫນັບສະຫນູນການຂະຫຍາຍຕົວຂອງພວກເຮົາ.