ຂໍຂອບໃຈຄູ່ຮ່ວມງານຂອງພວກເຮົາ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA Laos ທີ່ໃຫ້ທີມງານຂອງ ທລຝ ໄດ້ແບ່ງປັນຄວາມຮູ້ກ່ຽວກັບການບໍລິຫານເງິນຂັ້ນພື້ນຖານ ໃຫ້ແກ່ຄູຝຶກທັງ 5 ນ້ອງ ຜູ້ທີ່ຖືກຄັດເປັນຕົວແທນໃຫ້ກັບນາງນ້ອຍ ທີ່ມາຈາກເມືອງ ເຊໂປນ, ແຂວງ ສະຫວັນນະເຂດ.
ຄວາມຮູ້ເຫຼົ່ານີ້ສາມາດຊ່ວຍໃຫ້ພວກເຂົາຮູ້ຈັກບໍລິຫານ ແລະ ຈັດການເງິນ ເພື່ອຄວາມຕ້ອງການໃນອະນາຄົດຢ່າງຖືກຕ້ອງ. ທີ່ ທລຝ, ພວກເຮົາເຊື່ອວ່າການເຂົ້າເຖິງການສຶກສາທີ່ຖືກຕ້ອງ ແມ່ນເປັນກຸນແຈທີ່ສໍາຄັນໃນການກຳນົດການເຕີບໂຕທາງດ້ານເສດຖະກິດ ແລະ ສັງຄົມໄລຍະຍາວ ຢູ່ໃນ ສປປ ລາວ.
ຕິດຕາມພວກເຮົາ ເພື່ອຮູ້ຂໍ້ມູນເພີ່ມເຕີມກ່ຽວກັບການປະກອບສ່ວນກັບຊຸມຊົນ ແລະ ການເຮັດວຽກເພື່ອນຮ່ວມງານຂອງພວກເຮົາ UNFPA Laos!