ບັນລຸເປົ້າໝາຍຂອງພວກເຮົາຮ່ວມກັນ - ກອງປະຊຸມລະດັບສາກົນ

ໃນວັນພະຫັດ, ວັນທີ 4 ພຶດສະພາ 2023 ທີ່ຜ່ານມາ, ທີມງານທະນາຄານ ລາວ-ຝຣັ່ງ ໄດ້ຈັດກອງປະຊຸມລະດັບສາກົນປະຈຳປີຂອງເບຣດ ຂຶ້ນພາຍໃຕ້ຫົວຂໍ້: “ບັນລຸເປົ້າໝາຍຂອງພວກເຮົາຮ່ວມກັນ”.


ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ເຫັນເຖິງຜົນສຳເລັດທີ່ສໍາຄັນຂອງກຸ່ມ ແລະ ບັນດາສາຂາທົ່ວໂລກຊອງພວກເຮົາ ພ້ອມກັບຍຸດທະສາດ ແລະ ຜົນໄດ້ຮັບໃນໄລຍະ 10 ປີຂອງກຸ່ມ ເບຣດ ແລະ ແນວທາງທີ່ດີຂອງກຸ່ມຂອງພວກເຮົາ ເຊິ່ງຖືກນຳສະເໜີໂດຍຜູ້ອຳນວຍການຂອງ ເບຣດ, ທ່ານ Olivier KLEIN ພ້ອມດ້ວຍ ຜູ້ອຳນວຍການຝ່າຍການຕ່າງປະເທດ, ທ່ານ Stéphane Mangiavacca.

ນອກຈາກນີ້, ຮອງຜູ້ອຳນວຍການຝ່າຍການຕ່າງປະເທດ, ທ່ານ Guillaume PERDON, ຍັງໄດ້ແບ່ງປັນໃຫ້ພວກເຮົາກ່ຽວກັບວິທີການເພີ່ມມູນຄ່າໃຫ້ກັບລູກຄ້າໂດຍຜ່ານພະນັກງານໃຫ້ຄໍາປຶກສາຂອງພວກເຮົາທີ່ສອດຄ່ອງຕາມມາດຕະຖານຂອງກຸ່ມ ເບຣດ ແລະ ການເຮັດວຽກຮ່ວມກັນເປັນເຄືອຂ່າຍເພື່ອໃຊ້ປະໂຫຍດຈາກທຸກໆໂອກາດທີ່ໄດ້ຮັບການເປັນສ່ວນຫນຶ່ງຂອງກຸ່ມ ເບຣດ.

ພາຍໃນງານນີ້, ຜູ້ອຳນວຍການທະນາຄານ ລາວ-ຝຣັ່ງ, ທ່ານ Stephane URBAIN ຍັງໄດ້ໃຫ້ກຽດຂຶ້ນໃຫ້ຄໍາຄິດເຫັນ ແລະ ຍັງໄດ້ໃຊ້ໂອກາດນີ້ສະແດງຄວາມຂອບໃຈມາຍັງພະນັກງານຂອງທະນາຄານ ລາວ-ຝຣັ່ງ ທຸກຄົນສຳລັບການປະກອບສ່ວນໃນການບັນລຸເປົ້າໝາຍທີ່ຜ່ານມາ.