Future Forward: ການຈັດວາງເປົ້າໝາຍເພື່ອຄວາມສຳເລັດໃນກອງປະຊຸມປີ 2025

ບັນຍາກາດກອງປະຊຸມລະຫວ່າງ ທີມຫນ່ວຍງານ ກຸ່ມບໍລິສັດ ແລະ ລູກຄ້າລາຍຍ່ອຍ ກັບ ຜູ້ບໍລິຫານລະດັບສູງຂອງທະນາຄານລາວ - ຝຣັ່ງ ຢູ່ທີ່ ສຳນັກງານໃຫຍ່ ໃນລະຫວ່າງວັນທີ 23-24 ​​ມັງກອນ 2025.
ໃນກອງປະຊຸມຄັ້ງນີ້ ທີມງານທັງສອງທີມໄດ້ ປຶກສາຫາລືກ່ຽວກັບ ວິທີການປັບປຸງປະສິດທິພາບການບໍລິການ ຄຽງຄູ່ກັບການວາງແຜນການເຮັດວຽກໃຫມ່ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ປີ 2025 ໃນການພັດທະນາການບໍລິການ ແລະ ຜະລິດຕະພັນ. ເພື່ອໃຫ້ຕອບໂຈດຄວາມຕ້ອງການຂອງລູກຄ້າ.
ນອກຈາກນັ້ນ, ໃນລະຫວ່າງກອງປະຊຸມໄດ້ນໍາສະເຫນີຜົນການປະຕິບັດງານການໃນປີ 2024 ແລະ ສະເຫນີ ແຜນການໃຫມ່ ເພື່ອບັນລຸເປົ້າຫມາຍ 2025 ຂອງພວກເຂົາ.
ຜູ້ບໍລິຫານ ແລະ ສະມາຊິກຂອງທັງສອງທີມໄດ້ແບ່ງປັນປະສົບການ ແລະ ວິທີການຕ່າງໆ ເພື່ອພັດທະນາປະສົບການການບໍລິການທີ່ດີກວ່າ ແລະ ຕອບສະຫນອງຄວາມຕ້ອງການຂອງລູກຄ້າຢ່າງສົມບູນແບບຢ່າງມີປະສິດທິພາບ.
ທລຝ ຍິນຕອນຮັບລຸກຄ້າທຸກເພດບໍ່ຈະເປັນ ແບບບຸກຄົນ ແລະ ທຸລະກິດ. ການປົກປ້ອງຮັກສາຊັບສິນຂອງທ່ານແມ່ນສິ່ງສໍາຄັນທີ່ສຸດສໍາລັບພວກເຮົາ, ທລຝໃຫ້​ຄວາມ​ປອດ​ໄພ​ລະ​ດັບ​ສາກົນ​ ແລະ​ ຄຸ້ມຄອງ​ຮັກ​ສາ​ການ​ລົງ​ທຶນ​ຂອງ​ທ່ານ​. ໃຫ້​ທ່ານອຸ່ນ​ໃຈໄດ້ວ່າຊັບສິນຂອງທ່ານຈະປອດໄພຕະຫຼອດເວລາ.