ຟັງຊັ່ນໃໝ່ໃນແອັບ BFL Connect

ການບໍລິຫານຈັດການ ການເງິນຂອງທ່ານທີ່ບໍ່ເຄີຍງ່າຍແບບນີ້ມາກ່ອນແນ່ນອນ ດ້ວຍການການປັບປຸງໃໝ່ຫລ້າສຸດໃນ ແອັບທະນາຄານ BFL Connect.
ພວກເຮົາໄດ້ປັບປຸງການໃຊ້ຈ່າຍປະຈໍາວັນຂອງທ່ານໃຫ້ສະດວກສະບາຍຍິ່ງຂຶ້ນ, ເລີ່ມດ້ວຍການຊຳລະເງິນໃບບິນ. ການຈ່າຍຄ່າໄຟຟ້າ ຈະສະດວກ ແລະ ໄວຂຶ້ນ ພຽງປາຍນີ້ວສຳຜັດເທິງໜ້າຈໍມືຖືຂອງທ່ານ.

 

ທະນາຄານ ລາວ-ຝຣັ່ງ ບໍ່ພຽງແຕ່ະຫນອງຄວາມສະດວກສະບາຍໃນການຈ່າຍໃບບິນເທົ່ານັ້ນ.
ພວກເຮົາຍິນດີທີ່ຈະນຳເໜີ ຟັງຊັ່ນໃໝ່ ການແລກປ່ຽນເງິນຕາຕ່າງປະເທດຂອງລາວ (LFX), ທີ່ຈະຊ່ວຍໃຫ້ທ່ານສາມາດແລກປ່ຽນເງິນຕາຕ່າງປະເທດໄດ້ຢ່າງງ່າຍດາຍ ແລະ ປອດໄພ, ທັງໝົດນີ້ທ່ານສາມາດເຮັດໄດ້ໃນ ແອັບ BFL Connect. ເພີດເພີນໄປກັບຜົນປະໂຫຍດໃນ ການຝາກ-ຖອນເງິນ ໂດຍທີ່ບໍ່ມີຄ່າທໍານຽມໃນ LFX.
ການບໍລິການ ນີ້ແມ່ນພ້ອມໃຫ້ບໍລິການທຸກໆ ວັນຈັນ ເຖິງ ວັນສຸກ, ເວລາ 9:00 ໂມງເຊົ້າ ຫາ 14:00 ໂມງແລງ, ທີ່ຈະຊ່ວຍໃຫ້ທ່ານມີເວລາພຽງພໍໃນການແລກປ່ຽນເງິນຕາ ຕາມຄວາມຕ້ອງການຂອງທ່ານ, ກ່ອນທ່ານຈະໃຊ້ LFX ໃຫ້ທ່ານແນ່ໃຈວ່າທ່ານມີບັນຊີພ້ອມແລ້ວບໍ່ ທັງສະກຸນເງິນຕາທີ່ທ່ານຕັ້ງໃຈທີ່ຈະຊື້ ແລະ ສະກຸນເງິນຕາທີ່ຕ້ອງການທີ່ຈະຂາຍ.

 

ເມື່ອການແລກປ່ຽນຂອງທ່ານສຳເລັດ ຈະມີການເກັບຄ່າທໍານຽມພຽງເລັກນ້ອຍ 0.25% ຈາກຈໍານວນເງິນໃນການແລກປ່ຽນເມື່ອເຮັດທຸລະກໍາ ຊື້-ຂາຍ ເງິນຕາສໍາເລັດ.
ສຳລັບບັນຊີສ່ວນບຸກຄົນ, ແມ່ນກໍານົດຂອບເຂດການຊື້ປະຈໍາວັນຢູ່ທີ່ $ 1,000 ແລະ ປະຈໍາເດືອນແມ່ນ $ 10,000.
ຟັງຊັ່ນໃໝ່ເຫຼົ່ານີ້, ແມ່ນໄດ້ລວມຊຸດບໍລິການທາງດ້ານການເງິນທີ່ມີຢູ່ແລ້ວຈະເຮັດໃຫ້ ແອັບ BFL Connect ກາຍເປັນເຄື່ອງມືບໍລິຫານ ແລະ ຈັດການແບບຄົບວົງຈອນທາງດ້ານການເງິນໃຫ້ກັບທ່ານ. ດາວໂຫລດ ແອັບ BFL Connect ມື້ນີ້ຈາກ App Store ຫຼື Google Play ເພື່ອສຳພັດປະສົບການທີຄວາມສະດວກສະບາຍໃນການເຮັກທຸລະກຳທາງການເງິນໄດ້ທຸກທີ່ ທຸກເວລາ.
ດາວໂຫລດແອັບໄດ້ເລີຍ:
App Store and Google Play.