ຍຸດທະສາດການລົງທຶນດ້ານຄວາມຮັ່ງມີ ສຳລັບຄົນຕ່າງປະເທດ ແລະ ຜູ້ບໍ່ໄດ້ຢູ່ອາໄສ.

ໃນໂລກທີ່ມີການເຊື່ອມຕໍ່ກັນຫຼາຍຂື້ນ ການບໍລິຫານຄວາມຮັ່ງມີຂອງຄົນຕ່າງຊາດ ແລະ ຜູ້ບໍ່ໄດ້ຢູ່ອາໄສ ຖືເປັນຄວາມທ້າທາຍທີ່ເປັນເອກະລັກ ໂດຍສະເພາະໃນເລື່ອງພາສີ ແລະ ກົດໝາຍ.
ທະນາຄານ ລາວ-ຝຣັ່ງ ໄດ້ສະເຫນີຄວາມເຂົ້າໃຈໃນການແກ້ໄຂຍຸດທະສາດສໍາລັບການເພີ່ມປະສິດທິພາບການລົງທຶນ ໂດຍຜູ້ຊ່ຽວຊານ, ທ່ານ. ນິກໂຄລາສ໌ ພລູຈາທ໌ ຜູ້ອຳນວຍການຝ່າຍການຄ້າ.
ຫົວຂໍ້ສໍາຄັນທີ່ໄດ້ກວມເອົາໃນລະຫວ່າງກອງປະຊຸມປະກອບມີ:
• ຄວາມເຂົ້າໃຈກ່ຽວກັບຄວາມຮັ່ງມີ ແລະ ລະບຽບການຄຸ້ມຄອງ.
• ການຈັດໂຄງສ້າງຄວາມຮັ່ງມີ ແລະ ຕັ້ງເປົ້າໝາຍທາງດ້ານການເງິນທີ່ທະເຍີທະຍານ.
• ການກໍານົດຍຸດທະສາດການລົງທຶນທີ່ດີທີ່ສຸດ ແລະ ຫຼັກການການລົງທຶນທີ່ສໍາຄັນ.
• ການສຳຫຼວດປະເພດຊັບສິນທີ່ກ່ຽວຂ້ອງ.
ຫົວຂໍ້ເຫຼົ່ານີ້ ແລະ ຄໍາຖາມທີ່ກ່ຽວຂ້ອງຈໍານວນຫລາຍໄດ້ຮັບຄຳຕອບໃນລະຫວ່າງການແລກປ່ຽນກັບຜູ້ເຂົ້າຮ່ວມ.
ທລຝ ຂໍສະແດງຄວາມຂອບໃຈມາຍັງຜູ້ເຂົ້າຮ່ວມທັງໝົດ ແລະ CCIFL ທີ່ເຮັດໃຫ້ງານນີ້ເກີດຂື້ນໄດ້.
ແລ້ວພົບກັບຫ້ອງຮຽນທາງດ້ານການເງິນໃຫມ່ໆຈາກ ທະນາຄານ ລາວ-ຝຣັ່ງ ໃນໄວໄວນີ້.