

ທ່ານກໍາລັງວາງແຜນທີ່ຈະສ້າງບ້ານໃໝ່ຢູ່ ຫຼື ບໍ?
ບໍ່ວ່າຈະເປັນການຊື້ບ້ານ, ການລົງທຶນ, ການແປງບ້ານໃໝ່ ຫຼື ການຊື້ທີ່ດິນ, ທະນາຄານ ລາວ-ຝຣັ່ງ ສາມາດຊ່ວຍທ່ານໄດ້ຢ່າງເປັນຂັ້ນຕອນ ດ້ວຍອັດຕາດອກເບ້ຍທີ່ຕໍ່າ ແລະ ການນໍາສະເໜີສິນເຊື່ອໄລຍະຍາວແກ່ທ່ານ. ນອກຈາກນັ້ນ, ທ່ານຈະໄດ້ພົບກັບພະນັກງານໃຫ້ຄໍາປຶກສາ ທີ່ຈະຢູ່ຄຽງຂ້າງທ່ານ ເພື່ອຮັບຟັງ ແລະ ຊ່ວຍໃນການແກ້ໄຂບັນຫາທາງດ້ານການເງິນຂອງທ່ານໃຫ້ແທດເໝາະກັບ.
ຈຸດເດັ່ນ

ຜົນຕອບແທນສູງ

ຜ່ອນຊໍາລະເປັນລາຍເດືອນ

ໄລຍະເວລາເງິນກູ້ສູງເຖິງ 15 ປີ

ພົບກັບພະນັກງານຜູ້ຊ່ຽວຊານ
ຜົນປະໂຫຍດ
- ຄໍາຮ້ອງສະໝັກງ່າຍ ແລະ ວ່ອງໄວ
- ໄລຍະເວລາເງິນກູ້ສູງເຖິງ 15 ປີ
- ອັດຕາດອກເບ້ຍຄົງທີ່
- ຜ່ອນຊໍາລະເປັນລາຍເດືອນ
- ມີສະກຸນເງິນ: ກີບ, ໂດລາ & ບາດ
ຄຸນສົມບັດ
- ບຸກຄົນທີ່ມີທີ່ຢູ່ອາໄສຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ມີຄວາມສາມາດໃນການຊໍາລະຄືນສິນເຊື່ອຕາມການພິຈາລະນາຂອງ ທລຝ
ດາວໂຫຼດໃບປິວສິນເຊື່ອ ບ້ານ
ຕາຕະລາງຄິດໄລ່ສິນເຊື່ອ ບ້ານ

ຕາຕະລາງຄິດໄລ່ສິນເຊື່ອຂອງພວກເຮົາ ເປັນເຄື່ອງມືທີ່ໃຊ້ງານງ່າຍ ເພື່ອຊ່ວຍທ່ານຄໍານວນຄ່າງວດສິນເຊື່ອປະຈໍາເດືອນຂອງທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- ເລືອກໄລຍະເວລາ
ເຄື່ອງຄິດໄລ່ນີ້ມີຈຸດປະສົງ ເພື່ອເປັນການໃຫ້ຂໍ້ມູນເທົ່ານັ້ນ. ເຄື່ອງຄິດໄລ່ເປັນຕົວເລກ ບໍ່ສາມາດຖືເປັນຂໍ້ສະເໜີສິນເຊື່ອ ແລະ ບໍ່ມີຜົນທາງກົດໝາຍ. ສໍາລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ຫາພະນັກງານໃຫ້ຄໍາປຶກສາ ຫຼື ພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.