ທ່ານ ໂອລີວີເອ ແຄຣັງ, ຜູ້ອໍານວຍການໃຫຍ່ຂອງກຸ່ມ BRED ຂອງພວກເຮົາ ໄດ້ມີໂອກາດເຂົ້າຢ້ຽມຢາມທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ມີເປົ້າໝາຍໃນການສ້າງສາຍພົວພັນ ແລະ ມິດຕະພາບທີ່ດີລະຫວ່າງ ສປປ ລາວ ແລະ ປະເທດ ຝຣັ່ງ ໃຫ້ເຂັ້ມແຂງຂຶ້ນຕື່ມອີກ ໂດຍສະເພາະການພົວພັນຮ່ວມມືທາງດ້ານການເງິນ, ການທະນາຄານ, ການຄ້າ ແລະ ການລົງທຶນ.
ນອກຈາກນີ້, ຖືເປັນໂອກາດທີ່ດີໃນການເນັ້ນຢໍ້າເຖິງການມີສ່ວນຮ່ວມຂອງທະນາຄານ ລາວ-ຝຣັ່ງ ໃນການສະໜັບສະໜູນການເຕີບໂຕຂອງບັນດາຫົວໜ່ວຍທຸລະກິດຢູ່ໃນ ສປປ ລາວ.