ງານພົບປະທຸລະກິດ ທະນາຄານລາວ-ຝຣັ່ງ

ໃນວັນທີ 14 ພຶດສະພາ 2024, ທ່ານ Stephane URBIAN ຜູ້ອໍານວຍການໃຫຍ່ ທະນາຄານລາວ-ຝຣັ່ງ (ທລຝ) ໄດ້ເປັນເຈົ້າພາບຈັດງານການພົບປະກຸ່ມທຸລະກິດ ກັບບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດ ຂອງ ທລຝ ເພື່ອເປັນກຽດໃຫ້ແກ່ ທ່ານ Jean Paul JULIA ຜູ້ບໍລິຫານໃຫຍ່ ຂອງກຸ່ມ BRED ທີ່ມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ທີ່ຮ້ານອາຫານ ເມທີສ, ນະຄອນຫຼວງວຽງຈັນ.

ໃນງານດັ່ງກ່າວມີບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມກວ່າ 70 ຄົນ ຊຶ່ງເປັນການເປີດໂອກາດໃຫ້ຜູ້ບໍລິຫານໃຫຍ່ຂອງຂອງກຸ່ມ BRED ໄດ້ພົບປະ ແລະ ສ້າງສາຍສໍາພັນກັບລູກຄ້າ ແລະ ຄູ່ຮ່ວມທຸລະກິດ ໃນສປປ ລາວ. ການເຂົ້າຮ່ວມຂອງ ພະນະທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຕະຫຼອດເຖິງແຂກຜູ້ມີກຽດຈາກທຸກພາກສ່ວນ ແລະ ສະພາການຄ້າຕ່າງ ແລະ ສະມາຄົມ SME ລາວ ຖືວ່າເປັນກຽດຢ່າງຍິ່ງ.

ກິດຈະກໍາດັ່ງກ່າວນີ້ຊ່ວຍໃຫ້ ທລຝ ມີໂອກາດໄດ້ແບ່ງປັນຄຸນຄ່າ, ອຸດົມການ, ໂອກາດທາງທຸລະກິດ, ແຜນພັດທະນາ ແລະ ຜະລິດຕະພັນ ແລະ ການບໍລິການຕ່າງໆ ຂອງ ທລຝ.

ຂໍສະແດງຄວາມຂອບໃຈມາຍັງບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດ ຂອງ ທລຝ ສໍາລັບການຢູ່ຄຽງຂ້າງກັນຢ່າງໝັ້ນຄົງ ແລະ ສືບຕໍ່ສະໜັບສະໜູນພວກເຮົາ