ທະນາຄານ ລາວ-ຝຣັ່ງ ສະເຫຼີມສະຫຼອງງານຄຣິສມາສ ດ້ວຍງານສະເຫຼີມສະຫຼອງທີ່ອະລັງການ

ໃນວັນທີ່ 7 ທັນວາ 2024, ທລຝ ໄດ້ຈັດງານລ້ຽງວັນຄຣິສມາສ ທີ່ນ່າຈົດຈຳຂື້ນທີ່ສະນາມກິລາ ທະນົງອາດ ໂດຍລວບລວມພະນັກງານທັງໝົດ 153 ຄົນໄວ້ນຳກັນເພື່ອຮ່ວມຫຼິ້ນເກມ ແລະ ສະເຫຼີມສະຫຼອງເທດສະການເປັນເວລາໜຶ່ງມື້.

ງານດັ່ງກ່າວ ເຕັມໄປດ້ວຍກິດຈະກຳທີ່ນ່າຕື່ນເຕັ້ນຫຼາກຫຼາຍ ເຊັ່ນ: ແບັດມິນຕັ້ນ, ການຈັບຄູ່ສີ, ການເດົາຄຳສັບ, ດຶງເຊືອກ ແລະ ຕັ້ງດົນຕີ ໂດຍແຕ່ລະເກມ ຈະມີການມອບລາງວັນໃຫ້ຜູ້ເຂົ້າຮ່ວມລຸ້ນຮັບລາງວັນ ເຊັ່ນ: ຄູປອງພິດຊ້າ, ຄູປອງ ໂອຊິເນ ແລະ ຄູປອງນ້ຳມັນ.

ໃນປີນີ້ ຍັງມີການເພີ່ມລູກຫຼິ້ນພິເສດ ນັ້ນຄືການຈັບສະຫຼາກລາງວັນແບບສຸ່ມ, ພະນັກງານທຸກຄົນມີໂອກາດລຸ້ນຮັບຂອງຂວັນ ເຊັ່ນ: ໝໍ້ໄຟຟ້າ, ໝໍ້ທອດໄຮ້ນ້ຳມັນ ແລະ ລຳໂພງ.

ຈຸດເດັ່ນຂອງງານລ້ຽງແມ່ນການຈັບສະຫຼາກລາງວັນໃຫຍ່ທີ່ດຳເນີນການໂດຍຜູ້ບໍລິຫານ ທລຝ ຜູ້ໂຊກດີຈະໄດ້ຮັບລາງວັນຫຼາກຫຼາຍ ເຊັ່ນ: ທອງຄໍາ, ໂທລະພາບ, ຕູ້ເຢັນ, ເຄື່ອງປັບອາກາດ, ເຄື່ອງຊັກຜ້າ, ທີ່ພັກໂຮງແຮມ, ແລະ ອື່ນໆ

ເພື່ອເພີ່ມເຕີມບັນຍາກາດງານລ້ຽງ ທລຝ ໄດ້ຈັດບູດອາຫານຫຼາກຫຼາຍປະເພດ ແລະ ໃນງານລ້ຽງຍັງມີການສະແດງດົນຕີສົດ ແລະ ເພງພື້ນບ້ານລາວເດີມ ຊຶ່ງສ້າງປະສົບການທີ່ບໍ່ອາດລືມໃຫ້ກັບຜູ້ເຂົ້າຮ່ວມ.

ນີ້ແມ່ນຄວາມຕັ້ງໃຈຂອງ ທລຝ ຕໍ່ຄວາມເປັນຢູ່ທີ່ດີຂອງພະນັກງານ ແລະ ການສົ່ງເສີມສະພາບແວດລ້ອມ ການທຳງານເຊິງບວກນັ້ນ ສາມາດເບິ່ງເຫັນໄດ້ແບບຊັດເຈນຕະຫຼອດງານ ແລະ ຍັງສະແດງໃຫ້ເຫັນເຖິງຄວາມທຸ່ມເທໃນການສ້າງພະນັກງານທີ່ມີຄວາມສຸກ ແລະ ມີສ່ວນຮ່ວມ.