ການຊຳລະເງິນແບບບໍ່ສຳພັດແມ່ນເປັນແນວໃດ?

ເວລາທີ່ຢູ່ເຄົາເຕີ້ຈ່າຍເງິນ, ທ່ານພຽງແຕ່ແຕະບັດໃສ່ເຄື່ອງຮູດບັດ; ລໍຖ້າ 2-3ວິນາທີ: ເມື່ອແສງສີຂຽວຂຶ້ນ ແລະ ຈະໄດ້ຍິນສຽງປິບ, ນັ້ນແປວ່າ ການຊຳລະເງິນຜ່ານແລ້ວ. ຫລັງຈາກນັ້ນຮ້ານຄ້າຈະໃຫ້ໃບບິນແກ່ທ່ານ.

ການຊຳລະເງິນແບບບໍ່ສຳຜັດສາມາດຖືກປະຕິເສດໄດ້ເມື່ອຈຳນວນເງິນເກີນ 50 ໂດລາ ຫຼື ທຽບເທົ່າ ເນື່ອງຈາກເຫດຜົນດ້ານຄວາມປອດໄພ ແລະ ທ່ານອາດຈະຕ້ອງໄດ້ໃຊ້ບັດວີຊ່າຂອງທ່ານຊຳລະຜ່ານເຄື່ອງຮູດບັດ.