ໃນວັນທີ 5 ທັນວາ 2022 ທີ່ຜ່ານມາ, ທີມງານ ທລຝ ຂອງພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມອບຊຸດກິລາຈໍານວນໜຶ່ງໃຫ້ແກ່ພະແນກແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງຟ້ອງ ຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 47 ປີ.
ທີມງານຂອງພວກເຮົາມຸ່ງໝັ້ນທີ່ຈະພັດທະນາຊຸມຊົນຂອງພວກເຮົາດ້ວຍການສົ່ງເສີມໂຄງການລິເລີ່ມໃນທ້ອງຖິ່ນຂອງພວກເຮົາ.
ຢ່າພາດທີ່ຈະຕິດຕາມພວກເຮົາ ເພື່ອເຂົ້າເຖິງຂໍ້ມູນເພີ່ມຕື່ມກ່ຽວກັບກິດຈະກຳດີໆແບບນີ້!