ສຳມະນາກ່ຽວກັບສາຂາວິຊາຊີບທີ່ເວົ້າພາສາຝຣັ່ງ

ໃນໄລຍະທີ່ຜ່ານມາ, ທີມງານ ທລຝ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມງານ ສຳມະນາກ່ຽວກັບສາຂາວິຊາຊີບທີ່ເວົ້າພາສາຝຣັ່ງ ທີ່ຈັດຂຶ້ນໂດຍການຮ່ວມມືກັນລະຫວ່າງ Cellule Bilingue, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ #ກຸ່ມນັກທຸລະກິດຝຣັ່ງຢູ່ໃນປະເທດລາວ ໂດຍໄດ້ຮັບການສະໜັບສະໜູນຈາກ Ambassade de France au Laos / ສະຖານທູດຝຣັ່ງ ປະຈຳ ສປປ ລາວ.


ຖືເປັນໂອກາດທີ່ດີສໍາລັບບັນດານ້ອງນັກຮຽນຫ້ອງສອງພາສາ (ລາວ-ຝຣັ່ງ) ແລະ ຜູ້ທີ່ກໍາລັງຈະຮຽນຈົບໃນໄວໆນີ້ ຢູ່ໃນ ສປປ ລາວ ເພື່ອຄົ້ນພົບສາຂາວິຊາຊີບທີ່ໃຊ້ພາສາຝຣັ່ງ ແລະ ເພື່ອຊ່ວຍໃຫ້ພວກເຂົາສາມາດກຽມຄວາມພ້ອມສໍາລັບການເຮັດວຽກໃນອະນາຄົດ.


ໃນງານດັ່ງກ່າວ, ຕົວແທນພະນັກງານຂອງພວກເຮົາຜູ້ທີ່ເວົ້າພາສາຝຣັ່ງ ຈາກນະຄອນຫຼວງວຽງຈັນ ແລະ ຈາກນະຄອນຫຼວງພະບາງ ໄດ້ຍົກໃຫ້ເຫັນເຖິງວັດທະນະທຳ ແລະ ໂອກາດໃນການເຮັດວຽກທີ່ ທລຝ. ນອກຈາກນີ້, ຍັງໄດ້ຖືໂອກາດດັ່ງກ່າວ ເພື່ອແບ່ງປັນ ແລະ ແລກປ່ຽນປະສົບການດ້ານການສຶກສາ ແລະ ປະສົບການເຮັດວຽກໃນຂະແໜງການທະນາຄານ ໂດຍສະເພາະໃນສາຂາວິຊາຊີບທີ່ເວົ້າພາສາຝຣັ່ງ ໃຫ້ແກ່ນ້ອງນັກຮຽນທີ່ ໂຮງຮຽນ ມ.ສ ວຽງຈັນ ແລະ ໂຮງຮຽນ ມສ ສັນຕິພາບ.