ພວກເຮົາມີຄວາມຍິນດີທີ່ໄດ້ຈັດງານລ້ຽງພິເສດສຳລັບລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງພວກເຮົາທີ່ຫຼວງພະບາງ ແລະ ຖືເປັນໂອກາດທີ່ຕ້ອນຮັບຜູ້ອຳນວຍການໃຫຍ່ຂອງກຸ່ມ ເບຣດ ຂອງພວກເຮົາ, ທ່ານ ໂອລີວີເອ ແຄຣັງ ທີ່ໄດ້ມາຢ້ຽມຢາມ ສປປ ລາວໃນເດືອນທີ່ຜ່ານມາ.
ທີ່ ທລຝ, ພວກເຮົາມຸ່ງໝັ້ນທີ່ຈະຊ່ວຍໃຫ້ຊຸມຊົນຂອງພວກເຮົາເຕີບໂຕ ໂດຍເລີ່ມຕົ້ນຈາກການສະຫນັບສະໜູນທ້ອງຖິ່ນ. ພວກເຮົາຂໍສະແດງຄວາມຂອບໃຈອີກຄັ້ງໜຶ່ງມາຍັງບັນດາແຂກຜູ້ທີ່ມາຮ່ວມງານຂອງພວກເຮົາ ແລະ ຍັງໄດ້ເຮັດໃຫ້ງານນີ້ມີຄວາມໝາຍຂຶ້ນຕື່ມ.