ໃນເດືອນ ກັນາຍາທີ່ຜ່ານມາ, ທີມງານ ທລຝ ຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບ ສະມາຊິກສະພາການຄ້າຝຣັ່ງທີ່ ກໍາປູເຈຍ, ບັນດາຜູ້ຕາງໜ້າບໍລິສັດຝຣັ່ງ ທີ່ຢູ່ ປະເທດ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ ແລະ ຮ່ວມກັນປຶກສາຫາລືກ່ຽວກັບປະເທດ ລາວ ໃນຫົວຂໍ້ ກົດໝາຍ, ການກໍ່ສ້າງ, ການທະນາຄານ, ການລົງທຶນ ແລະ ອື່ນໆ ທີ່ ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່.
ຂໍຂອບໃຈມາຍັງແຂກຜູ້ມີກຽດທຸກທ່ານ ທີ່ມາຮ່ວມງານສ້າງສັນລະຫວ່າງສະມາຊິກສະພາການຄ້າຝຣັ່ງທີ່ ກໍາປູເຈຍ, ບັນດາຜູ້ຕາງໜ້າ ທີ່ຮ້ານອາຫານ ເລີ ແຄມຂອງ ແລະ ຍັງໄດ້ມາແບ່ງປັນຄວາມຮູ້ ແລະ ປະສົບການໃນຫຼາຍຂະແໜງການທຸລະກິດ.