ທະນາຄານລາວ-ຝຣັ່ງ ຈັດການຝຶກອົບຮົມປະຈຳປີ ການປ້ອງກັນອັກຄີໄພໃຫ້ແກ່ພະນັກງານຂອງຕົນ

ໃນວັນເສົາທີ່ຜ່ານມາ ທະນາຄານ ລາວ-ຝຣັ່ງ (ທລຝ) ຈັດການຝຶກອົບຮົມຄວາມຮູ້ພື້ນຖານການສະກັດກັ້ນ ແລະ ຕ້ານອັກຄີໄພ ປະຈໍາປີ ໃຫ້ແກ່ພະນັກງານຂອງຕົນ ເພື່ອເນັ້ນໜັກໃສ່ຄວາມປອດໄພຂອງພະນັກງານ ແລະ ລູກຄ້າ.
ການຝຶກອົບຮົມດານສະກັດກັ້ນ ແລະ ຕ້ານອັກຄີໄພ ເປັນແຜນງານທີ່ສໍາຄັນ ຊ່ວຍໃຫ້ພະນັກງານມີຄວາມຮູ້ ແລະ ທັກສະທີ່ຈໍາເປັນໃນການຮັບມືກັບ້ຫດການອັກຄີໄພສຸກເສີນໄດ້ຢ່າງມີປະສິດທິພາບ.

ແຜນງານນີ້ລວມມີ ມາດຕະການປ້ອງກັນອັກຄີໄພ, ການນໍາໃຊ້ບັ້ງດັບເພີງທີ່ຖືກຕ້ອງ ແລະ ການອົບພະຍົບຢ່າງປອດໄພ.

ທີ່ ທລຝ, ພວກເຮົາສົ່ງເສີມວັດທະນະທໍາ ດ້ານຄວາມປອດໄພ ດ້ວຍການຮັບປະກັນວ່າພະນັກງານມີການກະກຽມແລະ ຄວາມພ້ອມໃນກັນຮັບມືກັບເຫດການສຸກເສີນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ລູກຄ້າ ແລະ ເພື່ອຮ່ວມງານຂອງຕົນ.

ມາຮອດປະຈຸບັນນີ້ ຜູ້ເຂົ້າຮ່ວມທັງໝົດ ແມ່ນມີທັກສະ ແລະ ຄວາມສາມາດທີ່ຈໍາເປັນໃນການຮັບມືກັບເຫດການສຸກເສີນ ຢູ່ທີ່ທະນາຄານ ແລະ ຍັງສາມາດນໍາເອົາຄວາມຮູດັ່ງກ່າວນີ້ກັບໄປເບິ່ງແຍງຄອບຄົວຂອງຕົນອີກດ້ວຍ.