ໂຮງຮຽນ ນານາຊາດ ວຽງຈັນ ແລະ ທະນາຄານລາວ-ຝຣັ່ງ ເສີມຂະຫຍາຍໂອກາດໃນການຮຽນຮູ້ ໃນ ສປປ ລາວ

ໂຮງຮຽນ ນານາຊາດ ວຽງຈັນ (VIS) ແລະ ທະນາຄານລາວ-ຝຣັ່ງ (BFL) ເສີມຂະຫຍາຍໂອກາດໃນການຮຽນຮູ້ ໃນ ສປປ ລາວ ຜ່ານໂຄງການກໍ່ສ້າງວິທະຍາເຂດແຫ່ງການເຊື່ອມໂຍງ (Campus Gateway Project.) 

ທະນາຄານລາວ-ຝຣັ່ງ ແລະ ໂຮງຮຽນ ນານາຊາດ ວຽງຈັນ ໄດ້ສະເຫຼີມສະຫຼອງສາຍພົວພັນຂອງພວກເຂົາ ແລະ ເປີດໂຄງການກໍ່ສ້າງວິທະຍາເຂດແຫ່ງການເຊື່ອມໂຍງ (Campus Gateway Project) ຊຶ່ງໄດ້ຈັດພິທີວາງສີລາລຶກ ຂຶ້ນໃນວັນທີ 24 ກຸມພາ 2021, ທີ່ ວິທະຍາເຂດຂອງໂຮງຮຽນ. ພວກເຂົາໄດ້ເຊື້ອເຊີນ ບັນດາຄູ່ຮ່ວມທຸລະກິດ, ຕ່າງໜ້າຈາກການຈັດຕັ້ງລັດ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມເປັນສັກຂີພະຍານ ໃນການເປີດເຜີຍຂໍ້ມູນກ່ຽວກັບໂຄງການດັ່ງກ່າວຕໍ່ກັບສື່ມວນຊົນໃນທ້ອງຖິ່ນ. ໃນນີ້, ໂຄງການດັ່ງກ່າວ ມີຄາດໝາຍສຳເລັດກ່ອນ ວັນທີ 14 ມິຖຸນາ 2022 (ເຊິ່ງອາດຈະເກີດຄວາມຊັກຊ້າ ເນື່ອງຈາກການແຜ່ລະບາດຂອງພະຍາດ Covid-19).

ໂຮງຮຽນ ນານາຊາດ ວຽງຈັນ ສືບຕໍ່ຍົກລະດັບການບໍລິການ ດ້ວຍການຂະຫຍາຍວິທະນາເຂດຂອງໂຮງຮຽນ ແລະ ທະນາຄານລາວ-ຝຣັ່ງ ເປັນໜ່ຶ່ງໃນທະນາຄານທີ່ສະໜອງການບໍລິການທາງດ້ານການເງິນແກ່ໂຮງຮຽນ ນັບແຕ່ຕອນສ້າງຕັ້ງເປັນຕົ້ນມາ ເປັນເວລາ 10 ກວ່າປີ ຊຶ່ງກໍໄດ້ສະໜອງທຶນແກ່ໂຄງການດັ່ງກ່າວ. ບັນດາຄູ່ຮ່ວມທຸລະກິດທີ່ໄດ້ມີສ່ວນຮ່ວມໃນໂຄງການນີ້ ໄດ້ໃຫ້ສັນຍາທີ່ຈະຮ່ວມກັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ທີ່ປະກອບມີ: ກຸ່ມບໍລິກສັດທີ່ປຶກສາລາວ (ອອກແບບດ້ານວິຊາການ ແລະບໍລິຫານໂຄງການ), ບໍລິສັດ ໂກມິນອາຊີ (ລະບົບກົນຈັກ, ລະບົບເອເລັກໂຕຣນິກ ແລະ ລະບົບນ້ຳ), ກູ່ມບໍລິສັດ ຄຳໄພຊະນະ (ເຄຫະ ແລະ ສະຖາຕະປັດຕະຍາກຳ) ເຊິ່ງທີມງານທັງໝົດນີ້ຈະຊ່ວຍກັນເຮັດວຽກໄປຕາມວິໄສທັດການອອກແບບດ້ານສະຖາປັດຕະຍາກຳ ຂອງ ບໍລິສັດ EIW Architects (ທີ່ປຶກສາອອກແບບ ຈາກປະເທດອົດສະຕາລີ) ໃຊ້ໃຫ້ເກີດຜົນເປັນຈິງ. ດ້ວຍຄວາມພະຍາມຂອງທີມງານຈາກຫຼາຍພາກສ່ວນ, ການສະໜັບສະໜຸນທາງດ້ານການເງິນຈາກທະນາຄານລາວ-ຝຣັ່ງ ພ້ອມກັບການວາງແຜນຍຸດທະສາດເປັນເວລາຫຼາຍປີ ຈຶ່ງສາມາດກໍານົດພື້ນຖານສໍາລັບການກໍ່ສ້າງອາຄານໃໝ່ຂອງໂຮງຮຽນ ນານາຊາດ ວຽງຈັນໄດ້ ໂດຍຈະບໍ່ສົ່ງຜົນກະທົບຕໍ່ກັບການດຳເນີນງານ, ງົບປະມານ ແລະ ຄ່າທຳນຽມຂອງໂຮງຮຽນ. 

ດ້ວຍການປະສົມປະສານກັນລະຫວ່າງ ສະຖາປັດຕະຍາກຳລາວບູຮານກັບການອອກແບບທີ່ທັນສະໄໝ ແລະ ການອອກແບບທີ່ຍືນຍົງ, ອາຄານສິ່ງປຸກສ້າງໃໝ່ຂອງໂຮງຮຽນ ນານາຊາດ ວຽງຈັນ ຈະປະກອບມີ:

  • ສູນສະແດງສິນລະປະແຫ່ງໃໝ່ ທີ່ສາມາດບັນຈຸບ່ອນນັ່ງໄດ້ຫຼາຍກ່ວາ 350 ບ່ອນນັ່ງ. ບ່ອນນັ່ງທີ່ສາມາດພັບເກັບໄດ້ ເຮັດໃຫ້ສາມາດນຳໃຊ້ສະຖານທີ່ສຳລັບການເຕົ້າໂຮມຊຸມນຸມຂອງຊຸມຊົນໄດ້ຫຼາຍຂຶ້ນ;
  • ສູນກິລາໃນຮົ່ມ ພ້ອມກັບເດີ່ນບານບ້ວງຂະໜາດໃຫຍ່ ຈຳນວນ 02 ເດີ່ນ, ທີ່ລວມຢູ່ໃນສູນກິລາ (ສະລອຍນ້ຳ ແລະ ສະໜາມກິລາບານເຕະ);
  • ອາຄານບໍລິຫານທີ່ທັນສະໃໝ ແລະ ພື້ນທີ່ສາທາລະນະ. 

ພວກເຮົາສົ່ງມອບຄືນກຳໄລໃຫ້ແກ່ປະເທດລາວ
“ຄາດຄະເນຕົວເລກການລົງທຶນຂອງໂຄງການນີ້ ແມ່ນ ມີເຖິງ 08 ລ້ານໂດລາສາຫະລັດ, ໃນນີ້ ຫຼາຍກວ່າ 75 ສ່ວນຮ້ອຍ ແມ່ນຈະຖືກນໍາໃຊ້ໂດຍຜ່ານບັນດາບໍລິສັດໃນທ້ອງຖິ່ນ ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ ເຊິ່ງມີພຽງແຕ່ວັດສະດຸບາງຢ່າງເທົ່ານັ້ນທີ່ຈຳເປັນຕ້ອງນຳເຂົ້າ ແລະ ຈະນຳໃຊ້ແຮງງານລາວທັງໝົດ. ໃນທ່າມກາງຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດໃນວົງກວ້າງທົ່ວໂລກ, ພວກເຮົາຈະຮັບປະກັນໃຫ້ສາມາດປະສ່ວນໃນການສົ່ງເສີມເສດຖະກິດພາຍໃນ ແລະ ສົ່ງມອບຄືນກຳໄລແກ່ຊຸມຊົນຂອງລາວ ໃຫ້ຫຼາຍເທົ່າທີ່ພວກເຮົາຈະສາມາດເຮັດໄດ້.” ທ່ານ ວິວຽນ ເບຣນຟອດ (Vivien Brelsford), ຜູ້ຈັດການຝ່າຍດຳເນີນງານ ແລະ ການເງິນຂອງໂຮງຮຽນ ນານາຊາດ ວຽງຈັນ ໄດ້ກ່າວ. 

ທ່ານ ອາກໂນ ໂກລີເອ, ຜູ້ອຳນວຍການ ທະນາຄານ ລາວ - ຝຣັ່ງ ໄດ້ກ່າວວ່າ “ທະນາຄານລາວຝຣັ່ງ ແມ່ນ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ສະໜອງທຶນແກ່ໂຄງການປັບປຸງວິທະຍາເຂດຂອງໂຮງຮຽນ ນານາຊາດ ວຽງຈັນ ແລະ ສະແດງຄວາມຂອບໃຈຕໍ່ຂໍ້ຕົກລົງກູ້ຢືມມູນຄ່າ 6 ລ້ານໂດລາສະຫາລັດ ທີ່ຈະປະກອບສ່ວນຊ່ວຍໃຫ້ທາງໂຮງຮຽນສາມາດບັນລຸເປົ້າໝາຍ ໃນການເສີມສ້າງຂີດຄວາມສາມາດດ້ານການສຶກສາ ຢ່າງມີຄວາມຮັບຜິດຊອບ ແລະ ຍືນຍົງ.

ການສະໜອງທຶນແກ່ໂຄງການນີ້ ຈະມີຄວາມໝາຍຄວາມສຳຄັນຫຼາຍ ທີ່ຈະຊ່ວຍສົ່ງເສີມການພັດທະນາຊຸມຊົນໃນທ້ອງຖິ່ນຂອງພວກເຮົາ ແລະ ຍົກລະດັບໂຄງຮ່າງພື້ນຖານດ້ານການສຶກສາຂອງ ສປປ ລາວ ໃຫ້ດີຂຶ້ນຕື່ມ”.

“ສິ່ງອຳນວຍຄວາມສະດວກໃໝ່ຂອງ ໂຮງຮຽນ ນານາຊາດ ວຽງຈັນ ຈະເຮັດໃຫ້ມີສະຖານທີ່ໃໝ່ ທີ່ຈະເສີມຂະຫຍາຍໂອກາດໃນການຮຽນຮູ້ຂອງນັກຮຽນຂອງພວກເຮົາ ແລະ ຊຸມຊົນທ້ອງຖິ່ນ. ໂຄງການກໍ່ສ້າງວິທະຍາເຂດແຫ່ງການເຊື່ອມໂຍງນີ້ ສ້າງຂຶ້ນຕາມ ຜົນການຄົ້ນຄວ້າ ແລະ ຄຳແນະນຳຈາກບົດວິເຄາະ ກ່ຽວກັບການນຳໃຊ້ພື້ນທີ່ ແລະ ສິ່ງອຳນວຍຄວາມສະດວກ ທີ່ດຳເນີນໂດຍ ບໍລິສັດ ເພີກິນ ເອີສແມນ ໃນປີ 2018. ພວກເຮົາປ່ຽນວິທະຍາເຂດທີ່ມີສະໜາມກິລາເປັນສູນກາງ ໄປເປັນອາຄານທີ່ສາມາດຕອບສະໜອງຕາມຈຸດປະສົງໄດ້ ທີ່ໄດ້ປະສົມປະສານເອົາ ສິນລະປະ ແລະ ຫຼັກການຄວາມຍືນຍົງຈົນກາຍເປັນສູນກິລາທີ່ດີຂຶ້ນ. ການປັບປຸງວິທະຍາເຂດຂອງພວກເຮົາໃນຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸພາລະກິດ ແລະ ວິໄສທັດຂອງໂຮງຮຽນ: “ພັດທະນາທ່າແຮງອັນມີເອກະລັກຂອງນັກຮຽນຂອງພວກເຮົາ ໄປຄຽງຄູ່ກັບການນຳພາໄປ່ສູ່ຫົນທາງທີ່ຢັ້ງຢືນໃນອະນາຄົດ”. ກ່າວໂດຍ ຜູ້ອຳນວຍການໂຮງຮຽນ, ທ່ານ ນາງ ເອວຊາ ດອນໂນຮຶ (Elsa Donohue). 

ເມື່ອໂຄງການນີ້ສຳເລັດ, ໂຮງຮຽນ ນານາຊາດ ວຽງຈັນ ມີແຜນການ ເພື່ອຊຸກຍູ້ຊຸມຊົນເຂົ້າມາມີສ່ວນຮ່ວມ ຜ່ານຂໍ້ລິເລີ່ມຕ່າງໆ ດັ່ງຕໍ່ໄປນີ້:

  • ຕະຫຼາດປະຈຳ ສຳລັບຊາວກະຊິກອນ ຫຼື ຕະຫຼາດຫັດຖະກໍາງານຝີມື ຢູ່ເດີ່ນບ່ອນຈອດລົດ ເພື່ອສົ່ງເສີມຜູ້ປະກອບການໃນທ້ອງຖິ່ນ.
  • ສ້າງສວນຂອງຊຸມຊົນ ທີ່ອະນຸຍາດໃຫ້ສະມາຊິກໃນຊຸມຊົນທ້ອງຖິ່ນສາມາດເຂົ້າເຖິງໄດ້ ເພື່ອຮຽນຮູ້ກ່ຽວກັບທາງເລືອກການເຮັດກະຊິກຳໃນເມືອງ.
  • ສະຖານທີ່ສຳລັບຈັດກອງປະຊຸມ, ການສະແດງ ແລະ ງານແຂ່ງຂັນກິລາຕ່າງໆ ສຳລັບໂຄງການຂອງຊຸມຊົນທ້ອງຖິ່ນ. ໃນປັດຈຸບັນ, ທາງໂຮງຮຽນ ນານາຊາດ ວຽງຈັນ ກໍ່ໄດ້ມີສະໜັບສະໜຸນບາງກຸ່ມໃນທ້ອງຖິ່ນແລ້ວ ເຊັ່ນ ສະຫະພັນກິລາລອຍນ້ຳພາລະລາວ (Lao Parra-swimming Foundation).

ກ່ຽວກັບ ທະນາຄານ ລາວ-ຝຣັ່ງ

ທະນາຄານ ລາວ-ຝຣັ່ງ ຈຳກັດ ແມ່ນທະນາຄານຮ່ວມທຶນລະຫວ່າງ ທະນາຄານ BRED (ກຸ່ມບໍລິສັດ BRED) ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ. BRED ເປັນທະນາຄານ ຮ່ວມທຶນກັບທະນາຄານ Populaire ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1919 ເຊິ່ງປັດຈຸບັນ ມີສະມາຊິກຫຼາຍກວ່າ 200.000 ຫົວໜ່ວຍ ແລະ ມີຊັບສິນທັງໝົດຫຼາຍກວ່າ 4.4 ຕື້ ເອີໂຣ. ທະນາຄານດັ່ງກ່າວ ເປັນສ່ວນໜຶ່ງຂອງກຸ່ມບໍລິສັດ BPCE ທີ່ຈັດຢູ່ອັນດັບທີ 17 ຂອງບໍລິສັດທີ່ມີຊັບສິນຫຼາຍກວ່າໝູ່ທົ່ວໂລກ. BRED ມີສາຂາຢູ່ທົ່ວໂລກເຊັ່ນ: ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ລາວ, ກຳປູເຈຍ ແລະ ມ້ຽນມາ), ທະວີບອາຟຣິກາ (ຈີບູຕີ ແລະ ເອທິໂອເປຍ) ແລະ ພາກພື້ນປາຊີຟິກ (ນິວຄາເລໂດເນຍ, ຟິຈິ, ວານູອາຕູ ແລະ ໝູ່ເກາະ ໂຊໂລມອນ). ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ເປັນທະນາຄານທຸລະກິດທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ກ່ຽວກັບ ໂຮງຮຽນ ນານາຊາດ ວຽງຈັນ (VIS)

ໂຮງຮຽນ ນານາຊາດວຽງຈັນ ເປັນໂຮງຮຽນທີ່ອິດສະລະ ແລະ ບໍ່ສະແຫວງຫາຜົນກຳໄລ ເຊິ່ງສະໜອງການສຶກສາໃນຫຼັກສູດຕາມມາດຕະຖານສາກົນ ແລະ ເປັນສະຖາບັນການສຶກສາດຽວໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກ ສະມາຄົມ ການສຶກສາຂັ້ນສາມັນ ແລະ ວິທະຍາໄລ ແຫ່ງຕາເວັນຕົກ (WASC) ແລະ ສະພາໂຮງຮຽນນານາຊາດ (CIS). ພ້ອມກັນນັ້ນ ກໍ່ຍັງເປັນພຽງໂຮງຮຽນດຽວໃນປະເທດ ທີ່ເປັນໂຮງນານາຊາດຕາມຫຼັກສູດ IB World School ທີ່ສອນຫຼັກສູດ IB Continuum (ຫຼັກສູດ PYP, MYP ແລະ DP ຕັ້ງແຕ່ປີເລີ່ມຕົ້ນ ຈົນເຖິງ ຊັ້ນ 12). 

ສິ່ງອຳນວຍຄວາມສະດວກໃນວິທະຍາເຂດຂອງໂຮງຮຽນ ໃນປະຈຸບັນ ປະກອບມີ: ສະລອຍນ້ຳສອງສະ, ເດີ່ນບານເຕະສອງສະໜາມ, ເດີ່ນບ້ານບ້ວງສອງເດີ່ນ, ສະໜາມເດັກຫຼິ້ນສອງສະໜາມ, ຫໍສະໝຸດໜຶ່ງແຫ່ງ, ຫ້ອງປະດິດໜຶ່ງຫ້ອງ ແລະ ໂຮງລະຄອນໜຶ່ງແຫ່ງ. ເລີ່ມຕັ້ງແຕ່ປີ 2020 ເປັນຕົ້ນໄປ, ທາງໂຮງຮຽນຈະປັບປຸງ ແລະ ຂະຫຍາຍສິ່ງອຳນວຍຄວາມສະດວກຕ່າງໆ ຜ່ານໂຄງການກໍສ້າງວິທະຍາເຂດແຫ່ງການເຊື່ອມໂຍງ.

ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບໂຮງນຽນ ນານາຊາດ ວຽງຈັນ: https://www.vislao.com/

ຂໍ້ມູນທີ່ສໍາຄັນ

ເງື່ອນໄຂ ແລະ ຂໍ້ກໍານົດໃນການປ່ຽນແປງຂຶ້ນຢູ່ກັບການຕັດສິນໃຈຂອງທະນາຄານພຽງຜູ້ດຽວ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ລູກຄ້າຮັບຮູ້ລ່ວງໜ້າ. ຂໍ້ມູນທີ່ຢູ່ໃນເວັບໄຊນ໌ນີ້ ສ້າງຂຶ້ນ ເພື່ອຈຸດປະສົງໃນການໃຫ້ຂໍ້ມູນເທົ່ານັ້ນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າມາພົວພັນໄດ້ທີ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ ຫຼື ຕິດຕໍ່ພວກເຮົາໄດ້ທີ່ contact@bfl.la ຫຼື ໂທຫາພວກເຮົາໄດ້ທີ່ເບີ 021 285 444.