ງານຕະຫລາດນັດແຮງງານ ຄັ້ງທຳອິດ" ສຳລັບ ນັກສຶກສາທີ່ເວົ້າພາສາຝຣັ່ງ

ໃນວັນທີ 13 ກຸມພາ 2023, ຜູ້ອຳນວຍການ ທ່ານ ສະເຕຟານ ອຽກແບັງ ແລະ ທີມງານ ຝ່າຍບຸກຄະລາກອນ ຂອງ ທລຝ ໄດ້ເຂົ້າຮ່ວມກິດຈະກໍາໃນງານ "ງານຕະຫລາດນັດແຮງງານ ຄັ້ງທຳອິດ" ສຳລັບ ນັກສຶກສາທີ່ເວົ້າພາສາຝຣັ່ງ, ທີ່ຈັດຂຶ້ນໂດຍຈັດໂດຍຫນ່ວຍງານຮ່ວມມື ແລະ ໜ່ວຍງານປະຕິບັດງານວັດທະນະທໍາຂອງສະຖານທູດຝຣັ່ງ ແລະ ສະພາການຄ້າ ແລະ ອຸດສາຫະກຳເອີຣົບ ໃນລາວ ດ້ວຍຮ່ວມມືກັບ ກົມສາມັນສຶກສາ ກະຊວງສຶກສາ ແລະ ກິລາ ທີ່ໂຮງຮຽນ ມສ ວຽງຈັນ.


ຈຸດປະສົງຂອງງານນີ້ແມ່ນເປັນການເປີດໂອກາດໃຫ້ນັກສຶກສາທີ່ຮຽນພາສາຝຣັ່ງໄດ້ພົບປະ ແລະ ຮຽນຮູ້ຈາກຜູ້ນໍາທຸລະກິດ ແລະ ຜູ້ຊ່ຽວຊານໃນລາວໃນຂະນະດຽວກັນກໍໄດ້ຮັບຄວາມຮູ້ທີ່ພວກເຂົາສາມາດນໍາໃຊ້ໃນອາຊີບໃນອະນາຄົດຂອງພວກເຂົາ.


ນອກນັ້ນຍັງໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບໂລກທຸລະກິດ ເຊິ່ງຈະເຮັດໃຫ້ເຂົາເຈົ້າຕັດສິນໃຈໄດ້ງ່າຍຂຶ້ນວ່າຕົນເອງຕ້ອງການເຮັດຫຍັງໃນອະນາຄົດ. ຜູ້ອໍານວຍການບໍລິຫານຂອງພວກເຮົາກໍໄດ້ແບ່ງປັນກ່ຽວກັບອາຊີບໃນຂະແຫນງການທະນາຄານ, ວ່າບົດບາດແຕ່ລະຢ່າງມີຄວາມສໍາຄັນແນວໃດໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ, ຄວາມທ້າທາຍຂອງສາຍງານ, ແລະ ສິ່ງທີ່ຈະກະກຽມຖ້າຢາກເຮັດວຽກໃນ ທລຝ.
ທີ່ ທລຝ, ພວກເຮົາໄດ້ເນັ້ນຫນັກໃຫ້ການສະຫນັບສະຫນູນ ແລະ ພັດທະນາຊາວຫນຸ່ມທ້ອງຖິ່ນ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ຢືນຢັດໃສ່ການພັດທະນາຂອງຊາວຫນຸ່ມທ້ອງຖິ່ນເພາະພວກເຮົາເຊື່ອວ່າ "ຊາວຫນຸ່ມໃນປັດຈຸບັນແມ່ນຜູ້ນໍາໃນອະນາຄົດ".