BFL ເຂົ້າຮ່ວມງານພົບປະ ເພື່ອສົ່ງເສີມເສດຖະກິດແມ່ຍິງ ທີ່ສະຖານທູດຝຣັ່ງ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ, ສະຖານທູດຝຣັ່ງປະຈໍາ ສປປ ລາວ ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດງານລ້ຽງພິເສດຂື້ນ ຢູ່ທີ່ສະຖານທູດຝຣັ່ງ ສໍາລັບເຄື່ອຂ່າຍແມ່ຍິງທີ່ມາຈາກຫຼາກຫຼາຍອາຊີບ. ງານລ້ຽງຄັ້ງນີ້ ໄດ້ຈັດຂື້ນໃນວັນທີ 12 ມີນາ 2024 ຊຶ່ງເປັນຂີດໝາຍເລີ່ມຕົ້ນຊຸດການປຶກສາຫາລື ເພື່ອສົ່ງເສີມຄວາມອາດສາມາດດ້ານເສດຖະກິດຂອງແມ່ຍິງໃນ ສປປ ລາວ.

ທະນາຄານລາວ-ຝຣັ່ງ (ທລຝ) ແລະ ພ້ອມດ້ວຍລູກຄ້າຂອງຕົນ ກໍ່ເປັນໜຶ່ງໃນແຂກທີ່ໄດ້ຮັບເຊີນເຂົ້າຮ່ວມງານ  

ທລຝ ມຸ່ງໝັ້ນຕໍ່ຄວາມສະເໝີພາບຍິງຊາຍ ແລະ ສົ່ງເສີມເສດຖະກິດຂອງແມ່ຍິງ ຊຶ່ງມີຄວາມຈໍາເປັນຕໍ່ການພັດທະນາທີ່ຍືນຍົງ. ດ້ວຍເຫດນີ້ ທລຝ ຈຶ່ງຈັດຕັ້ງປະຕິບັດຫຼາຍແຜນງານເພື່ອສົ່ງເສີມເປົ້າໝາຍດັ່ງກ່າວ

ອັນທີໜື່ງ ແລະ ເປັນສິ່ງທີ່ສໍາຄັນທີ່ສຸດ, ທລຝ ໃຫ້ຄວາມສໍາຄັນດ້ານຄວາມຮູ້ທາງດ້ານການເງິນ. ທລຝ ສະໜອງການຝຶກອົບຮົມ ແຜນງານກ້າວໜ້າ ຂອງຕົນ ໃຫ້ແກ່ຜູ້ປະກອບການ ເພື່ອເຂົ້າເຖິງແຫຼ່ງທຶນຮອນ

ນອກຈາກນັ້ນ, ທລຝ ຍັງສະໜອງ ແພັກເກັດພິເສດ ສໍາລັບຜູ້ປະກອບການຍິງ "ບັນຊີສໍາລັບຜູ້ປະກອບການຍິງ" ທີ່ບໍ່ມີຄ່າທໍານຽມລາຍເດືອນ, ຕອບສະໜອງຜະລິດຕະພັນດ້ານການເງິນແບບຄົບວົງຈອນ ແລະ ລາຄາທີ່ເໝາະສົມສໍາລັບທຸກການດໍາເນີນທຸລະກໍາດ້ານການເງິນ.

ທ້າຍສຸດນີ້, ທລຝ ມຸ່ງໝັ້ນໃນການສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ ພາຍໃນອົງກອນ ຊຶ່ງສົ່ງເສີມແມ່ຍິງ ໃນທຸກຂັ້ນ ໃຫ້ມີສ່ວນຮ່ວມໃນການຕັດສິນໃຈ ແລະ ຮັບປະກັນວ່າແມ່ຍິງມີໂອກາດໃນການພັດທະນາອາຊີບ ເທົ່າທຽມກັບຜູ້ຊາຍ.

ສະນັ້ນ ພວກເຮົາຈຶ່ງຂໍສະແດງຄວາມຂອບໃຈມາຍັງສະຖານທູດຝຣັ່ງປະຈໍາ ສປປ ລາວ ແລະ ອົງການ UNDP ທີ່ໄດ້ຮ່ວມກັນຈັດງານອັນພິສິເສດນີ້ຂື້ນ.

ໃນຄໍ່າຄືນດັ່ງກ່າວ ເຕັມໄປດ້ວຍຜົນສໍາເລັດ ຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ສ້າງຄວາມສໍາພັນທີ່ມີຄຸນຄ່າຕໍ່ກັນ.

ບົດກ່າວທີ່ເປັນແຮງບັນດານໃຈ ແລະ ການປະກອບຄໍາຄິດເຫັນທີ່ມີຊີວິດຊີວາ ເນັ້ນຢໍ້າເຖິງຄວາມສໍາຄັນໃນການສະໜັບສະໜູນແມ່ຍິງ ໃນດ້ານການພັດທະນາອາຊີບ ແລະ ການເປັນຜູ້ປະກອບການ.

ພວກເຮົາຈຶ່ງມີສ່ວນຮ່ວມໃນການສ້າງໂລກທີ່ມີຄວາມຍຸດຕິທໍາ ແລະ ເທົ່າທຽມກັນຫຼາຍຂື້ນສໍາລັບທຸກຄົນ

ສໍາລັບຂໍ້ມູນເພີ່ມຕື່ມ ຕິດຕໍ່ ສູນບໍລິການລູກຄ້າຂອງພວກເຮົາທີ່ +85621 285 444 ຫຼື ອີເມວ contact@bfl.la