ທະນາຄານລາວ-ຝຣັ່ງ (ທລຝ) ສະໜັບສະໜູນ $46,900 ໃຫ້ແກ່ ໜ່ວຍກູ້ໄພ ມູນນິທິ 1623

ວັນທີ 28 ມີນາ 2024, ທະນາຄານລາວ-ຝຣັ່ງ (ທລຝ) ໄດ້ສະໜັບສະໜູນ ອຸປະກອນປະກອບເປັນລົດດັບເພີງ ແລະ ກູ້ຊີບກູ້ໄພ ໃຫ້ແກ່ ໜ່ວຍກູ້ໄພ ມູນນິທິ 1623 ມູນຄ່າ $46,900

ທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການໃຫຍ່ ທລຝ ໄດ້ມອບການສະໜັບສະໜູນໃຫ້ແກ່ ທ່ານນາງ ສີສະຫຼຽວ ທໍາມະເທວາ, ປະທານມູນນິທິຊ່ວຍເຫຼືອຜູ້ທຸກຍາກແຫ່ງ ສປປ ລາວ. ຄະນະບໍລິຫານຂອງ ທລຝ ແລະ ໜ່ວຍກູ້ໄພ ມູນນິທິ 1623 ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ.

ການສະໜັບສະໜູນລວມມີ ການປະກອບຕິດຕັ້ງອຸປະກອນລະບົບດັບເພີງໃສ່ລົດກະບະ ໃຫ້ການເປັນລົດດັບເພິງຂະໜາດນ້ອຍ ພ້ອມດ້ວຍຖັງບັງຈຸນໍ້າຂະໜາດ 800 ລິດ ແລະ ອຸປະກອນກູ້ຊີບກູ້ໄພ ລວມມີ ອຸປະກອນຕັດງັດ ແລະ ອຸປະກອນການຖ່າງລະບົບໄຮໂດລິກແບບໄຟຟ້າ.

ທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການໃຫຍ່ ທລຝ ກ່າວວ່າ “ການເຂົ້າເຖິງສະຖານທີ່ເກີດເຫດການສຸກເສີນດ້ວຍຄວາມວ່ອງໄວ ຈາກທີມງານຮັບມືກັບເຫດການສຸກເສີນທີ່ໄດ້ຜ່ານການຝຶກອົບຮົມ ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແມ່ນມີຄວາມສໍາຄັນໃນການຫຼຸດຜ່ອນການບາດເຈັບສາຫັດ ແລະ ຄວາມເສຍຫາຍຕໍ່ຊັບສິນ”.

ພາຍໃຕ້ສັນຍາຮ່ວມກັບ ມູນນິທິຊ່ວຍເຫຼືອຜູ້ທຸກຍາກແຫ່ງ ສປປ ລາວ ເພື່ອສະໜັບສະໜຸນໜ່ວຍກູ້ໄພ ມູນນິທິ 1623 ໃນການສຸມໃສ່ຊ່ວຍເຫຼືອຊຸມຊົນ ໃນການຮັບມືກັບເຫດການສຸກເສີນ ນັບຕັ້ງແຕ່ອັກຄະໄພ ແລະ ໄພພິບັດ ຈົນເຖິງ ອຸບັດຕິເຫດຕາມທ້ອງຖະໜົນ, ການປະຖົມພະຍາບານເບື້ອງຕົ້ນ ແລະ ການຊ່ວຍເຫຼືອສຸກເສີນທາງການແພດ.

ພາຫະນະກູໄພຂະໜາດນ້ອຍນີ້ ຈະສາມາດເຂົ້າເຖິງສະຖານທີ່ເກີດເຫດສຸກເສີນໄດ້ຢ່າງວ່ອງໄວ ຊຶ່ງເພີ່ມໂອກາດໃນການກອບກູ້, ປ້ອງກັນການເສຍຊີວິດ ແລະ ປ້ອງກັນຄວາມເສຍໜັກຕໍ່ຊັບສິນ.

ສ້າງຕັ້ງໃນປີ 2007, ໜ່ວຍກູ້ໄພ ມູນນິທິ 1623 ເປັນໜ່ວຍບໍລິການອາສາສະມັກ ທີ່ຕອບສະໜອງຕໍ່ເຫດການສຸກເສີນແຫ່ງທໍາອິດໃນ ສປປ ລາວ ທີ່ໃຫ້ບໍລິການ 24 ຊົ່ວໂມງ ໂດຍບໍ່ມີຄ່າໃຊ້ຈ່າຍ. ມີຈຸດບໍລິການສີ່ແຫ່ງໃນນະຄອນຫຼວງວຽງຈັນ ແລະ ໄດ້ຂະຫຍາຍອອກໄປສູ່ ນະຄອນປາກເຊ, ວັງວຽງ ແລະ ແຂວງຊຽງຂວາງ.

ເພື່ອສະໜັບສະໜູນ ໜ່ວຍກູ້ໄພ ມູນນິທິ 1623 ໃຫ້ໂທໄປທີ່ 1623.