ລູກຄ້າຈະຂໍສິນເຊື່ອ ທລຝ ໄດ້ແນວໃດ?

ຂັ້ນຕອນທໍາອິດແມ່ນທ່ານຕ້ອງກະກຽມແຜນສະເຫນີໂຄງການຂອງທ່ານໂດຍມີເອກະສານທີ່ກ່ຽວຂ້ອງທັງຫມົດຕິດຄັດມາພ້ອມ. ຫຼັງຈາກນັ້ນ, ໂທຫາ ຫຼື ອີເມລ໌ສູນບໍລິການລູກຄ້າຂອງພວກເຮົາ, ຕິດຕໍ່ພະນັກງານຝ່າຍຂາຍສ່ວນບຸກຄົນ ຫຼື ເຂົ້າໄປສາຂາບໍລິການໃກ້ບ້ານທ່ານ.