

ສິນເຊື່ອ ພາຫະນະສຳລັບທຸລະກິດຂອງທ່ານ
ຖ້າທ່ານຕ້ອງການຊື້ພາຫະນະ ສໍາລັບທຸລະກິດຂອງທ່ານ, ພະນັກງານໃຫ້ຄຳປຶກສາຂອງ ທລຝ ຈະໃຫ້ຄຳແນະນຳທາງດ້ານການເງິນທີ່ເຫມາະສົມ, ໄວ ແລະ ບໍ່ຫຍຸ້ງຍາກ. ເລືອກພາຫະນະທີ່ທ່ານຕ້ອງການ ແລະ ນັດພົບກັບພະນັກງານທີ່ປຶກສາ.
ຈຸດເດັ່ນ

ການຕອບຮັບທີ່ໄວ

ອັດຕາດອກເບ້ຍທີ່ເໝາະສົມ

ໄລຍະເວລາເງິນກູ້ສູງເຖິງ 6 ປີ

ງວດຊຳລະຄົງທີ່
ຜົນປະໂຫຍດ
- ບໍ່ມີຫຼັກຊັບຄ້ຳປະກັນອື່ນນອກຈາກພາຫະນະຂອງທ່ານ
- ໄລຍະເວລາເງິນກູ້ສູງເຖິງ 6 ປີ
- ບໍ່ມີຫຼັກຊັບຄ້ຳປະກັນອື່ນນອກຈາກພາຫະນະຂອງທ່ານ
- ວົງເງິນຈ່າຍກ່ອນ 20% ຂຶ້ນໄປ
- ມີທັງສະກຸນເງິນກີບ ແລະ ໂດລາ
ຄຸນສົມບັດ
- ເປັນເຈົ້າຂອງທຸລະກິດທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
- ວິສາຫະກິດສ່ວນບຸກຄົນທີ່ມີໃບອະນຸຍາດດຳເນີນທຸລະກິດ (ເຈົ້າຂອງທຸລະກິດ, ຜູ້ປະກອບການອາຊີບອິດສະຫລະ, ບໍລິສັດທີ່ເປັນຫຸ້ນສ່ວນ, ບໍລິສັດຈຳກັດທີ່ກ່ຽວກັບການຄ້າຂາຍ, ການຜະລິດ ແລະ ການບໍລິການ)
- ບໍລິສັດຕ້ອງຈົດທະບຽນຖືກຕ້ອງຕາມກັດໝາຍ
- ມີຜົນງານທາງທຸລະກິດ ແລະ ປະຫວັດການເງິນທີ່ດີ
ເຄື່ອງຄໍານວນສິນເຊື່ອ

ເຄື່ອງຄໍານວນສິນເຊື່ອຂອງພວກເຮົາ ເປັນເຄື່ອງທີ່ລຽບງ່າຍ ແລະ ໃຊ້ງານງ່າຍ ເພື່ອຊ່ວຍທ່ານຄໍານວນຄ່າງວດສິນເຊື່ອລາຍເດືອນຂອງທ່ານ.
- ໃສ່ຈໍານວນສິນເຊື່ອ
- ເລືອກອັດຕາດອກເບ້ຍ
- ເລືອກໄລຍະເວລາສິນເຊື່ອ
ເຄື່ອງຄິດໄລ່ນີ້ມີຈຸດປະສົງ ເພື່ອເປັນການໃຫ້ຂໍ້ມູນເທົ່ານັ້ນ. ເຄື່ອງຄິດໄລ່ເປັນຕົວເລກ ບໍ່ສາມາດຖືເປັນຂໍ້ສະເໜີສິນເຊື່ອ ແລະ ບໍ່ມີຜົນທາງກົດໝາຍ. ສໍາລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ຫາພະນັກງານໃຫ້ຄໍາປຶກສາ ຫຼື ພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.