ທ່ານຕ້ອງດຳເນີນການເປີດບັນຊີທີ່ໜ່ວຍບໍລິການໂດຍກົງ ແຕ່ບໍ່ແມ່ນທາງອອນໄລ ດ້ວຍເຫດຜົນໃດ?

ພວກເຮົາຂໍແນະນໍາໃຫ້ທ່ານດຳເນີນການເປີດບັນຊີໃຫ້ສຳເລັດທີ່ໜ່ວຍບໍລິການໃດໜຶ່ງຂອງພວກເຮົາດ້ວຍ ສອງເຫດຜົນ:
ຂັ້ນຕອນທຳອິດ ພວກເຮົາຕ້ອງໄດ້ຢືນຢັນຕົວຕົນຂອງເຈົ້າຂອງບັນຊີ ເພື່ອປ້ອງກັນການຫຼອກລວງ/ສໍ້ໂກງ.
ຈາກນັ້ນ ທ່ານສາມາດສະໝັກອິນເຕີເນັດແບັງຄີ້ງ ແລະ ຂໍນຳໃຊ້ຜະລິດຕະພັນບັດວີຊ່າເພື່ອສຳເລັດການເປີດບັນຊີຂອງທ່ານ.